ຄວາມ​ຈິງ​ໃຈ​ຂອງ​ສປປ.​ເກົາຫຼີ​ດ້ານ​ການ​ປອດ​ນິວ​ເຄຼຍຂອງ​ແຫຼມ​ເກົາຫຼີ​ຄວນ​ຮັບການ​ສະໜັບສະໜູນ​ຈາກ​ປະຊາ​ຄົມ​ໂລກ
2018-05-15 16:41:00  cri 
ວັນ​ທີ 12 ພຶດສະພາ​ນີ້, ກະຊວງ​ການ​ຕ່າງປະ​ເທດສປປ.​ເກົາ​ຫຼີ​ໄດ້​ອອກ​ຖະ​ແຫຼ​ງການ​ວ່າ: ຈະ​​ເລືອກວັນທີ່​ມີ​ອາກາດ​​ໂປ່​ງ​ໃສດີ​ແຕ່​ວັນ​ທີ 23 ຫາ​ວັນ​ທີ 25 ພຶດສະພາ​ນີ້, ​ເພື່ອຈັດ​ພິທີ​ເລີກ​​ສະໜາມ​ທົດ​ລອງ​ນິວ​ເຄຼຍພູງ​ກີ​ລີຖິ້ມ ​ແລະ​ເຊີນ​ນັກ​ຂ່າວ​ຈີນ, ຣັດ​ເຊຍ, ອາ​ເມ​ລິ​ກາ, ອັງກິດ ​ແລະ​ສ.​ເກົາຫຼີມາ​​ເກັບ​ກຳ​ຂ່າວ.

ຕໍ່​ເລື່ອງ​ນີ້, ທ່ານ​ລູ້​ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງ​ເທດ​ຈີນ​ກ່າວ​​ໃນ​ກອງ​ປະຊຸມ​ຂ່າວ​ໃນ​ວັນ​ທີ 14 ພຶດສະພາ​ນີ້ວ່າ: ມາດ​ຕະການ​ທີ່​ກ່ຽວຂ້ອງ​ຂອງ​ສປປ.​ເກົາຫຼີ​ໄດ້​ສະ​ແດງ​ຄວາມ​ຈິງ​ໃຈ​ທາ​ງດ້ານ​ການ​ປອດ​ນິວ​ເຄຼຍຂ​ອງ​ແຫຼມ​ເກົາຫຼີ ​ແລະ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ລະຫວ່າງ​ບັນດາ​ຝ່າຍ ​ເຊິ່ງຈະ​ມີ​ຜົນ​ດີ​ຕໍ່​ການ​ແກ້​ໄຂ​ບັນຫາ​ແຫຼມ​ເກົາຫຼີດ້ວຍ​ວິທີ​ການ​ເມືອງ, ສະ​ນັ້ນ ຄວນ​ໄດ້ຮັບ​ຄວາມ​ຊົມ​ເຊີຍ ​ແລະ​ການສະໜັບສະໜູນ​ຈາກປະຊາ​ຄົມ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ