​ກະຊວງ​ການ​ຕ່າງປະ​ເທດ​ຈີນ: ​ເປັນ​ຫ່ວງ​ທີ່​ສຸດ​ຕໍ່​ການ​ປະ​ທະ​ກັນຢູ່​ເຂດກາ​ຊາ
2018-05-15 16:56:35  cri 
ວັນ​ທີ 15 ພຶ​ດສະພາ​ນີ້, ທ່ານ​ລູ້​ຄ່າງ​ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວຢູ່​ກອງ​ປະຊຸມ​ຂ່າວ​ນະຄອນຫຼວງ​ປັກ​ກິ່ງ​ວ່າ: ຈີນ​ມີ​ຄວາມ​ເປັນ​ຫວ່ງທີ່​ສຸດ​ຕໍ່​ການ​ປະ​ທະ​ກັນ​ຢູ່​ເຂດ​ຊາຍ​ແດນ​ເມືອງ​ກາ​ຊາ​ປະ​ເທດ​ປາແລັດ​ສະຕິ​ນທີ່​ເຮັດ​ໃຫ້​ມີ​ຜູ້​​ເສຍ​ຊີວິດ ​ແລະ​ໄດ້​ຮັບ​ບາດ​ເຈັບ​ຢ່າ​ງຫຼວງ​ຫຼາຍ, ​ຄັດຄ້ານ​​ຕໍ່​ການ​ກະທຳ​ດ້ວຍ​ຄວາມ​ຮຸນ​ແຮງ​ຕໍ່ປະຊາຊົນ ​ແລະ​ຮຽກຮ້ອງ​ໃຫ້​ປາແລັດ​ສະຕິ​ນ ​​​ແລະອິດສະ​ແລນ ​ໂດຍ​ສະ​ເພາະ​ອິດສະຣາ​ແອນ​ຈົ່ງ​ຮັກສາ​ຄວາມ​ອົດ​ກັ້ນ​ໄວ້​ເພື່ອ​ຫຼີກ​ເວັ້ນສະພາບ​ການ​ເຄັ່ງ​ຕຶງ​ຕື່ມ​ອີກ.

ທ່ານລູ້​ຄ່າງ​ກ່າວ​ຕື່ມ​ວ່າ: ຈີນມີ​ຄວາມ​ເຫັນ​ມາ​ໂດຍ​ຕະຫຼອດວ່າ: ຄວນປະຕິບັດ​ຕາມ​ມະຕິ​ທີ່​ກ່ຽວ​ຂ້ອງ​ຂອງ​ອົງການ​ສະຫະ​ປະຊາ​ຊາດ, ຟື້ນ​ຟູ​ການ​ເຈລະຈາ​ໂດຍ​ສັນຕິ​ລະຫວ່າງປາແລັດ​ສະຕິ​ນ ​ແລະອິດສະ​ຣະ​ແອນ, ​ແກ້​ໄຂ​ບັນຫາ​ເຢຣູຊາ​ແລມ​ດ້ວຍ​ການ​​ເຈລະຈາ. ຈີນ​​ເດັດດ່ຽວສະໜັບສະໜູນ​ພາ​ລະ​ກິດ​ອັນ​ເປັນ​ທຳ​ຂອງປະຊາຊົນ​ປາແລັດ​ສະຕິ​ນ​ໃນ​ການຟື້ນ​ຟູ​ສິດ​ທິຜົນ​ປະ​​ໂຫຍ​ດ​ແຫ່ງ​ຊາດ​ຕາມ​ກົດໝາຍ​ ​ແລະສະໜັບສະໜູນບົນ​ພື້ນຖານ "​ແຜນການ​ສ້າງ​ເປັນສອງ​ປະ​ເທດ", ສ້າງ​ປະ​ເທດປາ​ແລັດ​ສະຕິ​ນທີ່​ມີ​ປະຊາທິປະ​ໄຕ ​ແລະ​ຄວາມ​ເປັນເອກະລາດ​ອັນ​ສົມບູນ ​ແລະ​ຖືຊາຍ​ແດນ​ປີ 1967 ​ເປັນ​ພື້ນຖານ, ​ແລະ​ແຈຣູຊາ​ແລມ​ຕາ​ເວັນ​ອອກເປັນ​ນະຄອນຫຼວງ​ໂດຍຜ່ານ​ການ​ເຈລະຈາ​ລະຫວ່າງປາ​ແລັດ​ສະຕິ​ນ ​ແລະ​ອິດສະ​ແລນ​. ຈີນ​ຍິນ​ດີ​ຮ່ວມ​ກັບ​ຝ່່າຍ​ຕ່າງໆ​ທີ່​ກ່ຽວຂ້ອງຂອງປະຊາ​ຄົມ​ໂລກ, ພະຍາຍາມຊຸກຍູ້​ໃຫ້​ບັນຫາປາ​ແລັດ​ສະຕິ​ນ​ໄດ້ຮັບ​ການແກ້​ໄຂ​ຕາມ​ຄວາມ​ເໝາະ​ສົມ​ໃນ​ທີ່​ສຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ