ກອງ​ປະ​ຊຸມ​ສະ​ຖາ​ບັນ​ຂົງ​ຈື້ອາ​ຟ​ຣິ​ກາ​ໄດ້​ຈັດ​ຂຶ້ນ​ຢູ່ມາ​ປູ​ໂຕ
2018-05-15 14:41:25  cri 
ກອງ​ປະ​ຊຸມ​ສະ​ຖາ​ບັນ​ຂົງ​ຈື້ອາ​ຟ​ຣິ​ກາ​ປີ 2018 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ມາ​ປູ​ໂຕ​ປະ​ເທດ​​ໂມຊຳ​ບິກ​ໃນ​ຕອນ​ບ່າຍ​ວັນ​ທີ 14 ພຶດ​ສະ​ພາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ ໂດຍ​ມີ​ອະ​ທິ​ການ​ບໍ​ດີ​ທັງ​ຈີນ​ແລະ​ຕ່າງ​ປະ​ເທດ, ຫົວ​ໜ້າ​ວິ​ທະ​ຍາ​ໄລ​ຕ່າງໆ 60 ກວ່າ​ແຫ່ງ​ຈາກ 41 ປະ​ເທດ​ອາ​ຟ​ຣິ​ກາ ແລະ ຜູ້​ຕາງ​ໜ້າ​ວິ​ສາ​ຫະ​ກິດ ແລະ ອົງ​ການ​ຈັດ​ຕັ້ງ​ຈີນ​ແລະ​ອາ​ຟ​ຣິ​ກາ 300 ກວ່າ​ຄົນ​ເຂົ້າ​ຮ່ວມ  ເຊິ່ງຫຼາຍກວ່າ​ທຸກ​ຄັ້ງ​ທີ່​ຜ່ານ​ມາ. ທ່ານ​ລີ້​ຈ້ານ​ຊູ່ ປະ​ທານ​ຄະ​​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ທີ່​ພວມ​ຢ້ຽມ​ຢາມ​ໂມ​ຊຳ​ບິກ ແລະ ທ່ານ​ເວີ​ຣັນ​ເຊຍ ມາ​ກາ​ໂມ ປະ​ທານ​ສະ​ພາ​ແຫ່ງ​ຊາດ​ໂມ​ຊຳ​ບິກ​ໄດ້​ເຂົ້າ​ຮ່ວມ.

ກອງ​ປະ​ຊຸມ​ຄັ້ງ​ນີ້​ຈະ​ດຳ​ເນີນ​ໄປ​ເປັນ​ເວ​ລາ 2 ວັນ, ຜູ້​​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຈະ​ປຶກ​ສາ​ຫາ​ລືກັນ ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້​ຕ່າງໆ ເຊັ່ນ: ການ​ປະ​ດິດ​ສ້າງ​ໃໝ່ ແລະ ການ​ພັດ​ທະ​ນາ​ທີ່​ມີ​ລັກ​ສະ​ນະ​ພິ​ເສດ​ຂອງ​ສະ​ຖາ​ບັນ​ຂົງ​ຈື້, ຍົກ​ສູງ​ຄຸນ​ນະ​ພາບ​ຂອງ​ສະ​ຖາ​ບັນ​ຂົງ​ຈື້, ເພີ່ມ​ທະ​ວີ​ການ​ຮ່ວມ​ມື ແລະ ແບ່ງ​ປັນ​ບົດ​ຮຽນ​ ແລະ ປະ​ສົບ​ການ​ລະ​ຫວ່າງ​ສະ​ຖາ​ບັນ​ຂົງ​ຈື້ ແລະ ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ