ທ່ານ​ສີ​ຈິ້ນ​ຜິງ​ເປັນ​ປະ​ທານກອງ​ປະ​ຊຸມ​ເທື່ອ​ທີ 1 ຂອງ​ຄະ​ນະ​ກຳ​ມະ​ການ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ສູ​ນ​ກາງພັກ​ກອມ​ມູ​ນິດ​ຈີນ
2018-05-16 11:17:29  cri 
ຕອນ​ເຊົ້າ​ວັນ​ທີ 15 ພຶດ​ສະ​ພາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ ​ຈີນ, ປະ​ທານ​ປະ​ເທດ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ,ປະ​ທານ​ຄະ​ນະ​ກຳ​ມະ​ການ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ເທື່ອ​ທຳ​ອິດ​ຂອງ​ຄະ​ນະ​ກຳ​ມະ​ການ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ແລະ​ກ່າວ​ປາ​ໄສ​ສຳ​ຄັນ​ໂດຍ​ເນັ້ນ​ວ່າ: ຕ້ອງ​ເພີ່ມ​ທະ​ວີ​ການ​ການ​ນຳ​ພາ​ລວມ​ສູນ​ແລະ​ເປັນ​ເອ​ກະ​ພາບ​ກັນ​ຂອງ​ສູນ​ກາງ​ພັກ​ຕໍ່​ວຽກ​ງານ​ການ​ຕ່າງ​ປະ​ເທດ, ກຳ​ແໜ້ນ​ກາ​ນ​ຜັນ​ແປ​ແລະ​ຂະ​ຫຍາຍ​ຕົວ​ຂອງ​ສະ​ພາບ​ສາ​ກົນ​ໃນ​ປັດ​ຈຸ​ບັນ​ໃຫ້​ຖືກ​ຕ້ອງ, ພະ​ຍາ​ຍາມ​ສ້າງ​ສະ​ພາບ​ໃໝ່​ຂອງ​​ວຽກ​ງານການ​ຕ່າງ​ປະ​ເທດ​ຂອງ​ປະ​ເທດ​ໃຫຍ່​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ.

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ໃຫ້​ເຫັນ​ວ່າ: ໂລກ​ປັດ​ຈຸ​ບັນ​ມີ​ປັດ​ໄຈ​ບໍ່​ແນ່ນອນ​ແລະ​ບໍ່​ໝັ້ນ​ທ່ຽງ​ເພີ່ມ​ຫຼາຍ​ຂຶ້ນ, ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຈີນ​ກຳ​ລັງ​ຜະ​ເຊີນ ທັງ​ໂອ​ກາດ​ແລະ​ສິ່ງ​ທ້າ​ທາຍ​​ໄປ​ພ້ອມ​ກັນ. ພວກ​ເຮົາ​ຕ້ອງ​ກຳ​ແໜ້ນ​ກົດ​ເກນ​ການ​ປ່ຽນ​ແປງ​ຂອງ​ສະ​ພາບ​ສາ​ກົນ​ໃຫ້​ຖືກ​ຕ້ອງ,ໃນ​ປັດ​ຈຸ​ບັນ​ແລະ​ໃນ​ໄລ​ຍະ​ຕໍ່​ໜ້າ,ຕ້ອງ​ລົງ​ເລິກ​ຍຸດ​ທະ​ສາດການ​ຕ່າງ​ປະ​ເທດ,ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ງານ​ການ​ຕ່າງ​ປະ​ເທດ​ສຳ​ຄັນ, ເພີ່ມ​ສະ​ຕິ​ລະ​ວັງ​ຕົວ​ຕໍ່​ຄວາມ​ສ່ຽງ, ເດັດ​ດ່ຽວ​ປົ​ກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ,ຄວາມ​ໝັ້ນ​ຄົງ​ແລະ​ຜົນ​ປະ​ໂຫຍດ​ດ້ານ​ການ​ພັດ​ທະ​ນາ​ຂອງ​ຊາດ.

ທ່ານ​ສີ​ຈິ້ນ​ຜິງ​ເນັ້ນ​ວ່າ: ການ​ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"​ເປັນ​ເວ​ທີ​ສຳ​ຄັນ​ເພື່ອ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ. ຕ້ອງ​ຜັນ​ຂະ​ຫຍາຍ​ໝາກ​ຜົນ​ຂອງກອງ​ປະ​ຊຸມ​ສຸດຍອດ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"​ຄັ້ງ​ທຳ​ອິດ​ໃຫ້​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ທີ່​ດີ,ທ້ອນ​ໂຮມ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ຂອງ​ບັນ​ດາ​ຝ່າຍ, ວາງ​ແຜນ​ວິ​ໄສ​ທັດ​ການ​ຮ່ວມ​ມື, ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃຫ້​ກວ້າງ​ຂວາງກວ່າ​ເກົ່າ,ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ,ປຶກ​ສາ​ຫາ​ລື,ການ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ,ຊຸກ​ຍູ້​ການ​ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"​ໃຫ້​ໄດ້​ຮັບ​ການ​ປະ​ຕິ​ບັດ​ຕົວ​ຈິງ​ຢ່າງ​ໝັ້ນ​ທ່ຽງ​ຍາວ​ນານແລະ​ເຂົ້າ​ສູ່​ລວງ​ເລິກ ເພື່ອ​ສ້າງ​​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດຫຼາຍກວ່າ​ເກົ່າ.
ທ່ານ​ສີ​ຈິ້ນ​ຜິງ​ເນັ້ນ​ຕື່ມ​ວ່າ: ​ຕ້ອງປະ​ຕິ​ບັດ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ພາຍ​ໃຕ້​ສະ​ພາບ​​ການໃໝ່ໃຫ້​ໄດ້​ຮັບ​ຜົນ​ສຳ​ເລັດ​ທີ່​ດີ, ຄະ​ນະ​ກຳ​ມະ​ການ​ວຽກ​ງານ​ກາ​ນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ຕ້ອງ​ເສີມ​ຂະ​ຫຍາຍ​ບົດ​ບາດໃນ​ການ​ສ້າງ​ນະ​ໂຍ​ບາຍ, ພິ​ຈາ​ລະ​ນາ​ແລະ​ປະ​ສານ​ງານ, ຊຸກ​ຍູ້​ການ​ປະ​ດິດ​ສ້າງ​ດ້ານ​ທິດ​ສະ​ດີ​ແລະ​ພຶດ​ຕິ​ກຳ​ຂອງ​ການ​ຕ່າງ​ປະ​ເທດ, ໃຫ້​ການ​ຊີ້​ນຳ​ຢ່າງ​ເຂັ້ມ​ແຂງ​ເພື່ອ​ບຸກ​ເບີກ​ການ​ພັດ​ທະ​ນາວຽກ​ງານ​ການ​ຕ່າງ​ປະ​ເທດ​​ໃຫ້​ມີ​ສະ​ພາບ​ໃໝ່ຢ່າງ​ບໍ່​ຢຸດ​ຢັ້ງ.
ກອງ​ປະ​ຊຸມ​ໄດ້​ພິ​ຈາ​ລະ​ນາ​ແລະ​ຮັບ​ຮອງ​ເອ​ກະ​ສານ​ສຳ​ຄັນ​ຕ່າງໆ​ເປັນ​ຕົ້ນ ​ກົດລະ​ບຽບ​ ​ວ່າ​ດ້ວຍ​ການ​ເຄື່ອນ​ໄຫວ​ວຽກ​ງານ​ຂອງ​ຄະ​ນະ​ກຳ​ມະ​ການ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ກອກມ​ມູ​ນິດ​ຈີນ ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ