ຈີນ-ໂອ​ມານ​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ວ່າ​ດ້ວຍ​ການ​ຮ່ວມ​ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"
2018-05-16 16:08:25  cri 
ວັນ​ທີ 15 ພຶດ​ສະ​ພາ​ນີ້​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ຫາ​ລື​ກັບ​ທ່ານ​ໂຢ​ເຊັ​ຟ ອາ​ລາ​ວີ ອັບ​ດູນ​ລາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາ​ຊະ​ອາ​ນາ​ຈັກ​ໂອ​ມານ.

ທ່ານ​ວາງ​ຢີ້​ຢືນ​ຢັນ​ວ່າ ຈີນ​ຍິນ​ດີ​ຖື​ໂອ​ກາດ​ທີ່ຈີນ-ໂອ​ມານ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 40 ປີ, ​ປັບ​ປຸງຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ​ໃຫ້​ໝັ້ນ​ຄົງ​ຂຶ້ນ​ຕື່ມ, ຄຳ​ນຶງ​ເຖິງ​ຜົນ​ປະ​ໂຫຍດ​ໃຈ​ກາງ​ແລະ​ຄວາມ​ສົນ​ໃຈ​ທີ່​ສຳ​ຄັນ​ຂອງ​ແຕ່​ລະ​ຝ່າຍ, ຮ່ວມ​ກັນ​ສ້າງ  "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ບັນ​ດາ​ຂົງ​ເຂດ​ລະ​ຫວ່າງ​ສອງ​ປະ​ເທດ.

ທ່ານ​ອາ​ລາ​ວີ​ກ່າ​ວວ່າ, ໂອ​ມານ​ຈະ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ສ້າງ  "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ",ຍົກ​ລະ​ດັບ​ການ​ຮ່ວມ​ມື​ລະ​ຫວ່າງ​ໂອ​ມານ-ຈີນ​ໃຫ້​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຫຼັງ​ການ​ພົບ​ປະ​ຫາ​ລື, ສອງ​ຝ່າຍ​ໄດ້​ຮ່ວມ​ກັນ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ລະ​ຫວ່າງ​ລັດ​ຖະ​ບານ​ສອງ​ປະ​ເທດ​ວ່າ​ດ້ວຍ​ການ​ຮ່ວມ​ກັນ​ຊຸກ​ຍູ້​ການ​​ສ້າງແລວ​ທາງ​ເສດ​ຖະ​ກິດ​ເສັ້ນ​ທາງ​ສາຍ​ໄໝ​ກັບ​ເສັ້ນ​ທາງ​​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສະ​ຕະ​ວັດ​ທີ 21.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ