WHO ເປີດ​ເຜີຍ​ລາຍ​ຊື່​ການບົ່ງ​ມະ​ຕິພະ​ຍາດ​ໂດຍ​ພື້ນ​ຖານ​ສະ​ບັບ​ທຳ​ອິດ​ຂອງໂລກ
2018-05-16 16:05:38  cri 
ວັນ​ທີ 15 ພຶດ​ສະ​ພາ​ນີ້, ອົງ​ການ​ອະ​ນາ​ໄມ​ໂລກ​ຫຼື WHO ໄດ້​ເປີດ​ເຜີຍ​ລາຍ​ຊື່​​ພື້ນ​ຖານ​ທີ່​ໃຊ້​ໃນ​ການ​ຊີ້​ນຳ​ບົ່ງ​ມະ​ຕິພະ​ຍາດ​ໂດຍ​ທົ່ວ​ໄປ​ແລະ​ພະ​ຍາດ​ທີ່​ຕ້ອງປິ່ນ​ປົວ​ເປັນບຸ​ລິ​ມະ​ສິດ​ຕ່າງໆ​ສະ​ບັບ​ທຳ​ອິດ​ຂອງ​ໂລກ ຫວັງ​ວ່າ​​ຈະສາ​ມາດ​ຊ່ວຍ​ຍົກ​ລະ​ດັບ​ອັດ​ຕາ​ຄວາມ​ຖືກ​ຕ້ອງ​ຂອງ​ການ​ບົ່ງ​ມ​ະ​ຕິ​ແລະ​ປັບ​ປຸງ​ຜົນ​ການ​ປິ່ນ​ປົວ​ໃຫ້​ດີ​ຂຶ້ນ.

WHO ກ່າວ​ວ່າ, ລາຍ​ຊື່​​ສະ​ບັບ​ດັ່ງ​ກ່າວ​ບໍ່​ພຽ​ງ​ແຕ່​ໄດ້​ສະ​ໜອງ​ເຄື່ອງ​ມື​ທີ່​ດີ​ຊະ​ນິດ​ໜຶ່ງ​ໃຫ້​ແກ່​ບັນ​ດາປະ​ເທດ​​ ເພື່ອ​ສາ​ມາດ​ດຳ​ເນີນ​ການ​ກວດ​ກາ​ວັດ​ແທກ​ແລະ​ການ​ປິ່ນ​ປົວໄດ້​ດີກວ່າ​ເກົ່າເທົ່າ​ນັ້ນ ຂະ​ນະ​ດຽວ​ກັນ​ກໍ່​ມີ​ຜົນ​ດີ​ຕໍ່​ການ​ໃຊ້​​ຈ່າຍ​ດ້ານສາ​ທາ​ລະ​ນະ​ສຸກ​ເຂົ້າ​ໃນ​ການ​ວັດ​ແທກ​ທີ່​ມີ​ຄວາມ​ຕ້ອງ​ການ​ດ້ານ​ທຶນ​ຮອນ​ແທ້​ຈິງເຫຼົ່າ​ນັ້ນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ກວ່າ​ເກົ່າ. ລາຍ​ຊື່​ສະ​ບັບ​ດັ່ງ​ກ່າວ​ຍັງ​ໄດ້​ສົ່ງ​ສັນ​ຍານ​ທີ່​ຈະ​ແຈ້ງ​ຕໍ່​​ທຸກປະ​ເທດ​ແລະ​ບໍ​ລິ​ສັດ​ຜະ​ລິດ​ຕະ​ພັນ​ທີ່​ກ່ຽວ​ຂ້ອງ ເພື່ອ​ສະ​ແດງ​ໃຫ້​ເຫັນວ່າ​ການ​ວັດ​ແທກ​ຂອງ​ຕົນ​ຕ້ອງ​​ໄດ້​ມາດ​ຖານ​ທີ່​ມີ​ຄຸ​ນ​ນະ​ພາບ​ສູງ,ມີ​ຄວາມປອດ​ໄພ​ແລະ​ຄຸ້ມ​ຄ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ