ຊ່າງຕັດ​ເຈ້ຍອາ​ວຸ​ໂສ​ໄປ​ສອນ​ສີ​ມື​ການ​ຕັດເຈ້ຍ​ຢູ່​ໃນ​ໂຮງ​ຮຽນ
2018-05-16 16:35:50  cri 


ນາງ ເຊ​ວ່ຈິ່ນ​ຮ​ວ່າ ປີ​ນີ້​ອາ​ຍຸ 64 ປີ ເປັນ​ຄົນ​ເມືອງ​ຮ​ວ້າ​ເຕີ​ນະ​ຄອນ​ອູ່​ລານ​ຊາ​ປູ້​ເຂດ​ປົກ​ຄອງ​ຕົນ​ເອງ​ມົງ​ໂກ​ໃນ ເປັນ​ຜູ້​ສືບ​ທອດ​ສິ​ລະ​ປະ​ການ​ຕັດເຈ້ຍ​​​ ເຊິ່ງ​ເປັນມໍ​ລະ​ດົກ​ທີ່​ບໍ່​ແມ່ນ​ວັດ​ຖຸລະ​ດັບ​ເຂດ. ຕັ້ງ​ແຕ່​ຍາມ​ນ້ອຍ ນາງ​​ເຊ​ວ່​ຈິ່ນ​ຮ​ວ່າ​ໄດ້​ຮຽນ​​ສີ​ມື​ການ​ຕັດເຈ້ຍເປັນ​ຮູບ​ຕ່າງໆນຳ​ແມ່​ຕູ້ແລະ​ແມ່, ໃນ​ຫຼາຍ​ສິບ​ປີ​ຜ່ານ​ມາ, ​ລາວ​ບໍ່​​ເຄີຍ​ເຊົາ​ຕັດເຈ້ຍຈັກ​ເທື່ອ. ເລີ່ມ​ແຕ່​ປີ 2016 ເປັນ​ຕົ້ນ​ໄປ, ລາວ​ໄດ້​ໄປ​ສອນການ​ຕັດເຈ້ຍ​ຢູ່​ໃນ​ໂຮງ​ຮຽນ​ຂອງ​ເມືອງ​ຮ​ວ້າ​ເຕີ ເພື່ອ​ເຮັດ​ໃຫ້​ສິ​ລະ​ປະ​ກາ​ນ​ຕັດ​ເຈ້ຍ​ພື້ນ​ເມືອງ​​ໄດ້​ຮັບ​ການ​ສື​ບ​ທອດ​ທຸກ​ເຊັ່ນ​ຄົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ