ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ແມ່​ຍິງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ຄັ້ງ​ທຳ​ອິດຈັດ​ຂຶ້ນ​ຢູ່​ປັກ​ກິ່ງ
2018-05-16 16:45:27  cri 
ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ແມ່​ຍິງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ຄັ້ງ​ທຳ​ອິດ​ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນວັນ​ທີ 16 ພຶດ​ສະ​ພາ​ນີ້, ໂດຍເນັ້ນ​ຫົວ​ຂໍ້​ "ເຕົ້​າ​ໂຮມ​ກຳ​ລັງ​ແມ່​ຍິງ ຊຸກ​ຍູ້​ການ​ພັດ​ທະ​ນາ​ຮ່ວມ​". ຜູ້​ຕາງ​ໜ້າ​ຈາກ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ,ປະ​ເທດ​ຜູ້​ສັງ​ເກດ​ການ ແລະ ອົງ​ການ​ສະ​ຫະ​ພັນ​ແມ່​ຍິງ​ຕ່າງໆ 200 ກວ່າ​ທ່ານເຂົ້​າ​ຮ່ວມ ​ຜູ້​ເຂົ້າ​ຮ່ວມ​ປະ​ຊຸມໄດ້​ມີ​ການ​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ​ເຊັ່ນ: ແມ່​ຍິງ​ແລະ​ການ​ພັດ​ທະ​ນາ​ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່,ແມ່​ຍິງ​ແລະ​ໂລກແຫ່ງ​ຄວາມ​ສວຍ​ງາມ,ແມ່​ຍິງ​ແລະ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ແລະ​ຫົວ​ຂໍ້​ອື່ນໆ.

ທ່ານນາງ ເສີນ​​ເຢ​ວ້​ເຢ​ວ້ ​ຮອງປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ ປະ​ທານ​ສະ​ຫະ​ພັນ​ແມ່​ຍິງ​ແຫ່​ງ​ຊາດຈີນ​ໄດ້​ກ່າວ​ຄຳ​ປ​າ​ໄສ​ໃນ​ພິ​ທີ​ເປີດ​ວ່າ,ຫວັງ​ວ່າ​ຈະສາ​ມາດ​ຜ່ານກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ແມ່​ຍິງ,ລົງ​ເລິກ​ການ​ແລກ​ປ່ຽນ​ໃນ​ຂົງ​ເຂດ​ແມ່​ຍິງ​ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ຕື່ມ​ອີກ,ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃນ​ອົງ​ການ​ດັ່ງ​ກ່າວ​ໃຫ້​ມີ​ຄວາມ​ອຸ​ດົມ​ສົມ​ບູນ​ຂຶ້ນ,​ອຸ​ທິດ​ກຳ​ລັງ​ແມ່​ຍິງເພື່ອສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ຂອງ​ປະ​ເທດ​ໃນ​ອົງ​ການ, ​ແລະ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​​ຮ່ວມຊາ​ຕາ​ກຳ​ມວນ​ມະ​ນຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ