ທູດ​ພິ​ເສດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ປະ​ນາມ​ການ​ປະ​ທະ​ກັນ​ດ້ວຍ​ຄວາມ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ຢູ່​ເຂດ​ກາ​ຊາ
2018-05-16 16:37:40  cri 
ວັນ​ທີ 15 ພຶດ​ສະ​ພາ​ນີ້, ທ່ານ​ນິ​ໂກ​ລາ ​ມາ​ລາ​ເດີ​ນ໋ອບ ຜູ້​ໄກ່​ເກ່ຍ​ພິ​ເສດ​ຂະ​ບວນ​ການ​ສັນ​ຕິ​ພາບ​ເຂດ​ຕາ​ເວັນ​ອອກ​ກາງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ປະ​ນາມ​ຕໍ່ເຫດ​ການ​ປະ​ທະ​ກັນ​​ດ້ວຍຄວາມ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ລະ​ຫວ່າງ​ຊາວ​ປາ​ເລັ​ສ​ຕິນ​ແລະ​ກອງ​ປ້ອງ​ກັນ​ຄວາ​ມ​ສະ​ຫງົບ​ອິ​ສ​ຣາ​ແອນ​ຢູ່​ເຂດ​ກາ​ຊາ​ໃນ​ວັນ​ທີ 14 ພຶດ​ສະ​ພາ​ນີ້.

ທ່ານ ມາ​ລາ​ເດີ​ນ໋ອບ ກ່າວ​ວ່າ, ວັນ​ທີ 14 ພຶດ​ສະ​ພາ​ສຳ​ລັບ​ປະ​ຊາ​ຊົນ​ທີ່​ອາ​ໄສ​ຢູ່​ເຂດ​ກາ​ຊາ​ແມ່ນ "ວັນ​ເຄາະ​ຮ້າຍ", ຕາມ​ຂ່າວ​ແຈ້ງວ່າ, ຢ່າງ​ໜ້ອຍ​ມີ 60 ຄົນ​ເສຍ​ຊີ​ວິດ​ໃນ​ການ​ປະ​ທະ​ກັນ​ທີ່​ເກີດ​ຂຶ້ນ​ໃນ​ມື້​ຜ່ານ​ມາ, ໃນ​ນັ້ນ​ລວມ​ທັງ​ເດັກ​ນ້ອຍ 6 ຄົນ, ແລະ​ບາດ​ເຈັບ 1300 ກວ່າ​ຄົນ.

ທ່ານ ມາ​ລາ​ເດີ​ນ໋ອບ ກ່າວ​ຕື່ມ​ວ່າ, ອິ​ສ​ຣາ​ແອນ​ບໍ່​ຄວນ​ໃຊ້​ກຳ​ລັງ​ອາ​ວຸດ​ຫຼາຍ​ເກີນ​ໄປ. ຂະ​ນະ​ດຽວ​ກັນ​ທ່ານ​ຍັງ​ຮຽກ​ຮ້ອງ​ໃຫ້​ອົງ​ການ​ຮາ​ມັ​ສ​ບໍ່​ຄວນຖື​ການ​ປະ​ທ້ວງ​ຂອງ​ປະ​ຊາ​ຊົນ​​ມາ​ເປັນ​ສິ່ງ​​ບິດ​ເບືອນ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ຕົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ