ກອງ​ປະ​ຊຸມ​ປະ​ຈຳ​ປີ​ຄັ້ງ​ທີ 74 ຂອງ​ສະ​ພາ​ເສດ​ຖະ​ກິດ​ແລະ​ສັງ​ຄົມ​ອາ​ຊີ​ປາ​ຊີ​ຟິກ​ຈັດ​ຂຶ້ນ​ຢູ່​ບາງກອກ
2018-05-16 17:06:35  cri 
ວັນ​ທີ 14 ຫາ​ວັນ​ທີ 16 ພຶດ​ສະ​ພາ​ນີ້, ກອງ​ປະ​ຊຸມ​ປະ​ຈຳ​ປີ​ຄັ້ງ​ທີ 74 ຂອງ​ສະ​ພາ​ເສດ​ຖະ​ກິດ​ແລະ​ສັງ​ຄົມ​ອາ​ຊີ​ປາ​ຊີ​ຟິກໄດ້​ຈັດ​ຂຶ້ນ​ຢູ່​​ນ​ະ​ຄອນ​ຫຼວງບາງກອກ​ປະ​ເທດ​ໄທ. ທ່ານ​ມິ​ຣົ​ສ​ລັ​ຟ ລາ​ຊ​ຄາກ ປະ​ທານ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ທ່ານ​ດອນ ປະ​ມັດ​ວິ​ໄນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄທ, ແລະຜູ້​ຕາງ​ໜ້າ​ປະ​ເທດ​ສະ​ມາ​ຊິກ​ຕ່າງໆ​ປະ​ມານ 500 ທ່ານ​ໄດ້​ເຂົ້າ​ຮ່ວມ.

ກອງ​ປະ​ຊຸມ​ໄດ້ເນັ້ນ​ຫົວ​ຂໍ້ "​ບັນ​ຫາ​ບໍ່​ສະ​ເໝີ​ພາບ​ພາຍ​ໃຕ້​ເບື້ອງ​ຫຼັງ​ຂະ​ບວນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ປີ 2030", ແລະ​ໄດ້​ດຳ​ເນີນ​ການ​ປຶກ​ສາ​ຫາ​ລື​ສະ​ເພາະ​ກ່ຽວ​ກັບ​ຫົວ​ຂໍ້​ລັດ​ທິ​ຫຼາຍ​ຝ່າຍ​ຄວາມ​ກ້າວ​ໜ້າ, ເຕັກ​ນິກວິ​ທະ​ຍາ​ສາດ​ແລະ​ອື່ນໆ. ​ໂອ​ກາດ​ນີ້, ທ່ານ​ຈ່າງ​ຈຸ່ນ, ຜູ້​ຊ່ວຍ​ລັດ​ຖະ​ມົ​ນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້ສະ​ເໜີຄວາມ​ເຫັນ​ຂອງ​ຈີນ​ຕໍ່​ສ​ະ​ຖາ​ນະ​ການ​ເສດ​ຖະ​ກິດ​ໂລກ​ແລະ​ຈຸດ​ຢືນ​ຂອງ​ຕົນ​ກ່ຽວ​ກັບ​ການ​ຮ່ວມ​ມື​ອາ​ຊີ​ປາ​ຊີ​ຟິກ, ທ່​ານ​ໄດ້​ເນັ້ນ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ​ຍຶດ​ໝັ້ນ​ລັດ​ທິ​ຫຼາຍ​ຝ່າຍ​ພາຍ​ໃຕ້​ສະ​ຖາ​ນະ​ການ​ໃນ​ປັດ​ຈຸ​ບັນ, ​ທ່ານກ່າວ​ຕື່ມ​ວ່າ​ຈີນ​ຈະ​ສືບ​ຕໍ່​ປ​ະ​ຕິ​ບັດ​ທັດ​ສະ​ນະ​ຄະ​ຕິ​ທີ່​ປຶກ​ສາ​ຫາ​ລື​ກັນ, ການ​ກໍ່​ສ້າງ​ຮ່ວມ​ກັນ​ແລະ​ແບ່ງ​ປັນ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ, ຕັ້ງ​ໜ້າ​ດຳ​ເນີນ​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ", ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ປະ​ເທດ​ໃຫຍ່​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ, ແລະ​ຊຸກ​ຍູ້​ການ​ຮ່ວມ​ມື​ລັດ​ທິ​ຫຼາ​ຍ​ຝ່າຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ