ໂດຍຕອບສະໜອງຕາມຄຳເຊີນຈາກລັດຖະບານອາເມລິກາ, ທ່ານລິວເຮີ້ ທູດພິເສດຂອງທ່ານປະທານສີຈິ້ນຜິງ, ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ຮອງນາຍົກລັດຖະມົນຕີຈີນ, ຜູ້ຊີ້ນຳຝ່າຍຈີນຂອງການເຈລະຈາເສດຖະກິດຮອບດ້ານຈີນ-ອາເມລິກາພ້ອມດ້ວຍຄະນະໄດ້ເດີນທາງໄປເຖິງນະຄອນຫຼວງວໍຊິງຕັນ ປະເທດອາເມລິກາໃນຕອນບ່າຍວັນທີ 15 ພຶດສະພານີ້.
ຕາມຂ່າວແຈ້ງວ່າ, ສະມາຊິກຄະນະຜູ້ແທນຈີນທີ່ເດີນທາງໄປອາເມລິກາຄັ້ງນີ້ແມ່ນມາຈາກພາກສ່ວນເສດຖະກິດສຳຄັນຕ່າງໆເຊັ່ນ, ທ່ານອີ້ກ່າງ ຜູ້ວ່າການທະນາຄານປະຊາຊົນຈີນເຊິ່ງເປັນທະນາຄານກາງຂອງຈີນ, ທ່ານນນິ້ງຈີເຈີ ຮອງປະທານຄະນະກຳມະການພັດທະນາແລະປະຕິຮູບແຫ່ງຊາດຈີນ, ທ່ານລ້ຽວມິນ ຮອງຫົວໜ້າຫ້ອງການຄະນະກຳມະການເສດຖະກິດການເງິນສູນກາງຈີນ, ທ່ານເຈີ້ງເຈີກວ່າງ ຮອງລັດຖະມົນຕີກະຊວງການຕ່າງປະເທດຈີນ, ທ່ານໂລເວີນ ຮອງລັດຖະມົນຕີກະຊວງອຸດສາຫະກຳແລະຂໍ້ມູນຂ່າວສານ, ທ່ານຈູ່ກວ່າງຢ້ຽວ ຮອງລັດຖະມົນຕີກະຊວງການເງິນຈີນ, ທ່ານຮັນຈຸ້ນ ຮອງລັດຖະມົນຕີກະຊວງກະສິກຳແລະຊົນນະບົດຈີນ, ທ່ານວາງໂຊ້ເວີນ ຮອງລັດຖະມົນຕີກະຊວງການຄ້າທັງເປັນຮອງຫົວໜ້າການເຈລະຈາກການຄ້າສາກົນແລະອື່ນໆ. ກ່ອນຄະນະຜູ້ແທນຈີນຈະເດີນທາງໄປເຖິງອາເມລິກາ, ໄດ້ມີໜ່ວຍງານຕ່າງໆຂອງຈີນໄປເຖິງອາເມລິກາໃນອາທິດແລ້ວນີ້, ແລະໄດ້ປຶກສາຫາລືກັບພາກສ່ວນທີ່ກ່ຽວຂ້ອງຂອງອາເມລິກາ.