ສປປ.ເກົາຫຼີຈະຢຸດຕິການເຈລະຈາລະດັບສູງລະຫວ່າງ​ເໜືອ​ໃຕ້
2018-05-16 16:37:27  cri 
ວັນທີ 16 ພຶດສະພານີ້, ສຳນັກຂ່າວສານ​ສູນ​ກາງເກົາຫຼີໄດ້​ແຈ້ງ​ຂ່າວວ່າ: ເນື່ອງຈາກສ.ເກົາຫຼີ ແລະອາເມລິກາເປີດການຊ້ອມຮົບຮ່ວມຂະໜາດໃຫຍ່ທີ່ເປັນການກະທຳ​ເກາະ​ຜິດ ​ແລະ​ເປັນ​ປໍ​ລະ​ປັກ​ຕໍ່ສປປ.​ເກົາຫຼີ​ໃນ​ຫວ່າງໆ​ນີ້, ​ເຮັດ​ໃຫ້​ສປປ.​ເກົາຫຼີ​ຈຳ​ເປັນ​ຕ້ອງ​ຢຸດຕິການ​ເຈລະຈາ​ລະດັບ​ສູງ​ລະຫວ່າງ​ສປປ.ເກົາຫຼີ​ ​ແລະ​ສ.ເກົາຫຼີ​​ໃນ​ວັນ​ທີ 16 ພຶດສະພາ​ນີ້. ​ແລະ​ອາ​ເມ​ລິ​ກາກໍ​​ຄວນ​ເປັນ​ຫ່ວງ​ຕໍ່ການ​ພົບ​ປ​ະລະຫວ່າງ​ຜູ້ນຳ​ສປປ.​ເກົາຫຼີ ​ແລະ​ອາ​ເມ​ລິ​ກາ​ທີ່​ຈະ​ມາ​ເຖິງ​ນີ້.

ຕາມ​ຂ່າວ​ແຈ້ງ​ວ່າ: ສ.​ເກົາຫຼີ ​ແລະ​ອາ​ເມ​ລິ​ກາ​ໄດ້​ເລີ່​ມການ​ຊ້ອມ​ຮົບ​ຮ່ວມ​ຂະ​ໜາດ​ໃຫຍ່​ພາຍ​ໃນ​ທົ່ວ​ປະ​ເທດສ.​ເກົາຫຼີ​ທີ່​ແນ​ໃສ່​ສປປ.​ເກົາຫຼີ​ແຕ່​ວັນ​ທີ 11 ພຶດສະພາ​ນີ້ ​ເຊິ່ງ​ເປັນ​ການກະ​ທຳ​ຜິດ​ຕໍ່ "​ຖ​ະ​ແຫຼ​ງການ​ປານ​ມູນ​ຈອມ" ​ແລະ​ເປັນ​ການທ້າ​ທາຍ​​ເກາະ​ຜິດທາງ​ການ​ທະຫານ​ໃນ​ທິດ​ທາງ​ທີ່ກົງກັນຂ້າມ​ກັບ​ທ່າອ່ຽງຕໍ່​ສະພາບການ​ພັດທະນາ​ທີ່​ດີ​ຂອງ​ແຫຼມ​ເກົາຫຼີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ