​ກິດຈະ​ກຳຈູງ​ແຂນ​ການ​ເດີນທາງ​ຈີນ​ຂອງ​​ເຍົາວະ​ຊົນ 7 ປະ​ເທດ​ຈັດ​ຂຶ້ນ​ຢູ່ນະຄອນ​ຊີ່​ອ່ານ
2018-05-16 16:38:40  cri 
ວັນ​ທີ 14 ພຶດສະພາ​ນີ້, ກິ​ດຈະ​ກຳ​ຈູງ​ແຂນ​ການ​ເດີນທາງ​ຈີນ​ຂອງ​ເຍົາວະ​ຊົນ 7 ປະ​ເທດ​​​ໂດຍສະມາຄົມ​ການ​ກຸສົນ​ຈີນ​ເປັນ​ເຈົ້າພາບ​​ໄດ້ຈັດ​ຂຶ້ນ​ຢູ່​ນະຄອນ​ຊີ່​ອ່ານ​ແຂວງ​ສານ​ຊີ່​ຈີນ ​ເຊິ່ງ​ເປັນສະຖານີ​ທຳ​ອິດ​​ໃນ 5 ສະຖານີຂອງ​ການ​ເດີນ​ທາງ​ຈີນ ​​ເຊິ່ງ​ມີ​ຄະນະ​ຜູ້​ແທນ​ຈາກ​ຈີນ, ກຳປູ​ເຈຍ, ມຽນມາ, ລາວ, ມົງ​ໂກ​ລີ, ​ຫວຽດນາມ ແລະ​ໄທ​ເຂົ້າ​ຮ່ວມ.

ວັນ​ທີ 15 ພຶດສະພາ​ນີ້, ກິດຈະກຳ​ພາຍ​ໃຕ້​ຫົວ​ຂໍ້ "ຈູງ​ແຂນ" ​ໄດ້​ຈັດ​ຂຶ້ນ​ຢູ່​ໂຮງຮຽນ​ປະຖົມ​​ເລກ​ໜຶ່ງ​​ເມືອງສູ​ຈ່ຽງນະຄອນ​ຊີ່​ອ່ານ. ຄະນະ​ຜູ້​ແທນ 7 ປະ​ເທດ​ໄດ້​ມອບ​ຂອງ​ຂວັນ​​ໃຫ້ກັນ ​ແລະ​ກັນ​ກັບທ່ານ​ນາງ​ເຊີນ​ຈ່ວນ ​ຜູ້ອຳນວຍ​ການ​ໂຮງຮຽນ​ປະຖົມ ​ເພື່ອ​ເປັນ​ການ​ສ້າງສາ​ຍພົວພັນ​ການ​ແລ​ກປ່ຽນ​ຢ້ຽມຢາມ​ສາກົນເຊິ່ງກັນ ​ແລະ​ກັນ​.

ກິດຈະກຳ​ຈູງ​ແຂນ​ການ​ເດີນທາງ​ຈີນ​ຂອງ​​ເຍົາວະ​ຊົນ 7 ປະ​ເທດຄັ້ງນີ້​ລວມມີ​5 ສະຖານີ ຄື: ​​ນະຄອນຫຼວງ​ປັກ​ກິ່ງ, ​ນະຄອນຮາງ​ໂຈ່​ວ, ​ຟູ​ໂຈ່​ວ ​ແລະ​ຈູ່​ໄຫ. ​ແລະກິດຈະກຳ​ນີ້​ຈະ​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 25 ພຶດສະພາ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ