ບ້ານ​ສວຍ​ງາມ​ທີ່​ຕົກ​ແຕ່ງ​ດ້ວຍ​ສິ່ງ​ເສດ​ເຫຼືອ
2018-05-17 15:02:56  cri 


ວັນ​ທີ 16 ພຶດ​ສະ​ພາ​ນີ້, ​ຢູ່ບ້ານ​ສູ​ເຈ່ຍ​ປ່າງ​ຕາ​ແສງຫຼີ​ເຈ່ຍ​ກາງ​ເມືອງ​ສາງຊິ່ງ ແຂວງ​ເຈີ້​ຈ່ຽງ​ທີ່​ມີ​ນ້ຳ​ໃສ​ໄມ້​ຂຽວ​ນັ້ນ, ພະ​ນັກ​ງານ​ອະ​ນາ​ໄມ​ກຳ​ລັງ​ປະ​ຕິ​ບັດ​ໜ້າ​ທີ່​ອະ​ນາ​ໄມ​ຮັກ​ສາ​ນ້ຳ. ຕາ​ແສງຫຼີ​ເຈ່ຍ​ກາງ​ໄດ້​ປະ​ຕິ​ບັດ​ຕາມ​ຄວາມ​ຮຽ​ກ​ຮ້ອງ "ໜຶ່ງ​ບ້ານ​ໜຶ່ງ​ຜະ​ລິດ​ຕະ​ພັນ", "ໜຶ່ງ​ບ້ານ​ໜຶ່ງ​ພາບ​ວິວ​ທິວ​ທັດ", "ໜຶ່ງ​ບ້ານ​ໜຶ່ງ​ຂະ​ແໜງ​ອຸດ​ສາ​ຫະ​ກຳ", ໃນ​ຂະ​ບວນ​ການ​ກໍ່​ສ້າງ​ບ້ານ​ໃຫ້​ສວຍ​ງາມ​ນັ້ນ,ໄດ້​ສ້າງ​ນ້ຳ​ໃຫ້​ເປັນ​ຈຸດ​ເດັ່ນ 15 ແຫ່ງ​ໂດຍ​ນຳ​ໃຊ້​ຢາງ​ລົດ​ເກົ່າ,ໄຫ​ເຫຼົ້າ​ແລະ​ສິ່ງ​ເສດ​ເຫຼືອ​ອື່ນໆ​ເພື່ອ​ປະ​ດັບ​ປະ​ດາ​ແລະ​ຕົກ​ແຕ່ງ​ບໍ​ລິ​ເວນ​ນ້ຳ​ແລະ​ບ້ານ​ໃຫ້​ສວຍ​ງາມຂຶ້ນກວ່າ​ເກົ່າ.

1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ