ເປີດ​ງານ​ວາງ​ສະ​ແດງ​ລາຍ​ການ​ຮູບ​ເງົາ​ແລະ​ລະ​ຄອນ​ໂທ​ລະ​ພາບ​ສາ​ກົນ​ຈີນ​ຄັ້​ງ​ທີ 15
2018-05-17 16:32:48  cri 

ງານ​ວາງ​ສະ​ແດງ​ລາຍ​ການ​​ຮູບ​ເງົາ​ແລະ​ລະ​ຄອນ​ໂທ​ລະ​ພາບ​ສາ​ກົນ​ຈີນ​ຄັ້​ງ​ທີ 15 ໄດ້​ໄຂ​ຂຶ້​ນ​ຢູ່ຫໍ​ວາງ​ສະ​ແດງ​ປັກ​ກິ່ງ​​ໃນ​ວັນ​ທີ 17 ພຶດ​ສະ​ພາ​ນີ້ ເຊິ່ງ​ມີ​ຜູ້​ປະ​ກອບ​ການ​ຈາກ 50 ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ໄດ້​ນຳ​ເອົາ​ລາຍ​ການ​ທີ່​ມີ​ເນື້ອ​ໃນ​ປະ​ເພ​ດ​ຕ່າງໆ​ຈຳ​ນວນຫຼວງຫຼາຍ​ມາ​ຮ່ວມ​ງານ.ສື່ມວນ​ຊົນ​ຕ່າງ​ປະ​ເທດ​ແລະ​ຜູ້​ຊົມ​ພາ​ກັນ​ສະ​ແດງ​ຄວາມ​ສົນ​ໃຈ​ແລະ​ຄວາມນິ​ຍົມ​ຊົມ​ຊອບ​ຕໍ່​​ຮູບ​ເງົາ​ແລະ​ລະ​ຄອນ​ໂທ​ລະ​ພາບ​ທີ່​ມີ​ວັດ​ທະ​ນະ​ທຳ​ຈີນ.

​ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ມີ​ສະ​ຖາ​ນີ​ວິ​ທ​ະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ເປັນ​ເຈົ້າ​ພາບ​ຈັດ​ຂຶ້ນ​ແລະ​ມີ​ພາກ​ສ່ວນ​ທຸ​ລະ​ກິດ​ທີ່​ເຂົ້າ​ຮ່ວມ​ງານ​ ຫຼາຍກວ່າ 300 ແຫ່ງ​ໄດ້​ວາງ​ສະ​ແດງ​ລາຍ​ການ ​ລະ​ຄອນ​ໂທ​ລະ​ພາບ, ຮູບ​ເງົາ,ຟີມ​​ສາ​ລະ​ຄະ​ດີ, ​ກາ​ຕູນ,ລາຍ​ການ​ໂທ​ລະ​ພາບ​ແລະ​ອື່ນໆທັງ​ໝົດ 8 ໝື່ນ​ເລື່ອງແລະຕອນ.

ເພື່ອ​ສົ່ງ​ເສີມ​ວັດ​ທະ​ນະ​ທຳ​ຈີນ​ຢູ່​ຕ່າງ​ປະ​ເທດ​ໃຫ້​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ດີກວ່າ​ເກົ່າ, ສູນ​ການ​ແປ​ແລະ​ພາກ​ຮູບ​ເງົາ,ລະ​ຄອນ​ໂທ​ລະ​ພາບ​ດ້ວຍຫຼາຍ​ພາ​ສາ​ຂອງ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ໄດ້​ເຊັນ​ສັນ​ຍາ​ອອກ​ອາ​ກາດ​ລາຍ​ການ​ລະ​ຄອນ​ຈີນ​ກັບ​ສື່ມວນ​ຊົນ​ທີ່​ມີ​ຊື່​ສຽງ​ຂອງ 30 ກວ່າ​ປະ​ເທດ​ໃນ​ອາ​ຊີ,​ອາ​ຟ​ຣິກ​ກາ,ເອີ​ຣົບ,ທະ​ວີບ​ອາ​ເມ​ລິ​ກາ​ແລະ​ໂອ​ຊຽນ​ນີ. ຜ່ານ​ຈາກ ລະ​ຄອນ​ຈີນ ເຊິ່ງ​ເປັນ​​ຄໍລຳ​ສະເພາະ​ທີ່ອ​ອກ​ອາ​ກາດ​ເປັນ​ປະ​ຈຳ, ໂທ​ລະ​ພາບ​ຂອງ​ປະ​ເທດ​ກ່ຽວ​ຂ້ອງ​ຈະ​ອອກ​ອາ​ກາດ​ຮູບ​ເງົາ​ແລະ​ລະ​ຄອນ​ໂທ​ລະ​ພາບ​ດີ​ເດັ່ນ​ຂອງ​ຈີນ​ທີ່​ພາກ​ເປັນ​ພາ​ສາ​ແມ່​ຂອງ​ປະ​ເທດ​ນັ້ນ​ເປັນ​ປະ​ຈຳ.

1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ