ທ່ານ ສີ​ຈິ້ນ​ຜິງ ພົບ​ປະ​ກັບ​ຄະ​ນະ​ທັດ​ສະ​ນະ​ມິດ​ຕະ​ພາບ​ຂອງ​ພັກ​ແຮງ​ງານ ເກົາ​ຫຼີ
2018-05-17 11:21:57  cri 
ວັນ​ທີ 16 ພຶດ​ສະ​ພາ​ນີ້, ຢູ່​ປັກ​ກິ່ງ, ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ ປະ​ທານ​ປະ​ເທດ​ຈີນ​​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຂອງ​ຄະ​ນະ​ທັດ​ສະ​ນະ​ມິດ​ຕະ​ພາບ​ຂອງ​ພັກ​ແຮງ​ງານເກົາ​ຫຼີ ທີ່​ນຳ​ໂດຍ​ທ່ານ ປັກ​ເຕ​ຊຸງ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ແຮງ​ງານ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ຂອງ ສ​ປ​ປ ເກົາ​ຫຼີ.

ທ່ານ​ ສີ​ຈິ້ນ​ຜິງ ຊີ້​ວ່າ, ຈີນ​ໄດ້​ສະ​ໜັບ​ສະ​ໜູນ​ປັບ​ປຸງ​ການ​ພົວ​ພັນ​ລະ​ຫວ່າງ​ເໜືອ-ໃຕ້​ໃຫ້​ດີ​ຂຶ້ນ,ຊຸກ​ຍູ້​ການ​ເຈ​ລະ​ຈາ​ລະ​ຫວ່າງ ສ​ປ​ປ ເກົາ​ຫຼີ-ອາ​ເມ​ລິ​ກາ,ບັນ​ລຸ​ການ​ປອດ​ນິວ​ເຄ​ລຍ​ຂອງ​ແຫຼມ​ເກົາ​ຫຼີ,ສະ​ໜັບ​ສະ​ໜູນ ສ​ປ​ປ ເກົາ​ຫຼີ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແລະ​ການ​ປັບ​ປຸງ​ສະ​ພາບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ,ສະ​ໜັບ​ສະ​ໜູນ​ທ່ານ ກິມ​ເຈີງ​ອູນ ນຳ​ພາ​ພັກ​ແລະ​ປະ​ຊາ​ຊົນ​ຂອງ​ປະ​ເທດ​ຕົນ​ເດີນ​ຕາມ​ເສັ້ນ​ທາງ​ແຫ່ງ​ການ​ພັດ​ທະ​ນາ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຕົວ​ຈິງ​ຂອງ​ປະ​ເທດ​ຕົນ,ຍິນ​ດີ​ຮ່ວມ​ກັບ ສ​ປ​ປ ເກົາ​ຫຼີ​ ລົງ​ເລິກ​ການ​ແລກ​ປ່ຽນ​ແລະ​ຖອດ​ຖອນ​ບົດ​ຮຽນ​ດ້ານ​ການ​ປົກ​ຄອງ​ປະ​ເທດ​ແລະ​ການ​ຄຸ້ມ​ຄອງ​ພັກ,ຊຸກ​ຍູ້​ວຽກ​ງານ​ການ​ສ້າງ​ສັງ​ຄົມ​ນິ​ຍົມ​​ຂອງສອງ​ປະ​ເທດ​ໃຫ້​ໄດ້​ຮັບ​ການ​ພັດ​ທະ​ນາອັນ​ໃໝ່​ແລະ​ໃຫຍ່​ຫຼວງກວ່າ​ເກົ່າ.

ທ່ານ ປັກ​ເຕ​ຊຸງ ກ່າວ​ວ່າ, ຄະ​ນະ​ທັດ​ສະ​ນະ​ມິດ​ຕະ​ພາບ​ປະ​ກອບ​ດ້ວຍ​ປະ​ທານ​ຄະ​ນະ​ກຳ​ມະ​ກາ​ນ​​ຂອງ​ແຂວງ​ແລະ​ນະ​ຄອນ​ທັງ​ໝົດ​ຂອງ ສ​ປ​ປ ເກົາ​ຫຼີ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຈາກ​ທ່ານ ກິມ​ເຈີງ​ອູນ ມາ​ຢ້ຽມ​ຢາມ​ຈີນ ໂດຍ​ມີ​ຈຸດ​ປະ​ສົງ​ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ຮັບ​ຮູ້​ຢ່າງ​ເປັນ​ເອ​ກະ​ພາບ​ທີ່​ສຳ​ຄັນ​ຂອງ​ຜູ້​ນຳ​ສູງ​ສຸດ​ຂອງ​ສອງ​ປະ​ເທດ,​ຖອດ​ຖອນບົດ​ຮຽນ​ສຳ​ເລັດ​ຜົນ​ດ້ານ​ການ​ສ້າງ​ສາ​ເສດ​ຖະ​ກິດ​ແລະ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ຂອງ​ຈີນ, ​ເພື່ອ​ປະ​ກອບ​ສ່ວນ​ອັນ​ໃໝ່​ຕໍ່​ການ​ປັບ​ປຸງ​ມິດ​ຕະ​ພາບ​ ສ​ປ​ປ ເກົາ​ຫຼີ-ຈີນ​ໃຫ້​ມີ​ຄວາມ​ໝັ້ນ​ແກ່ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ