ພິມ​ຈຳ​ໜ່າຍ " 30 ບົດ​ວ່າ​ດ້ວຍແນວ​ຄິດ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່​ຂອງ​ທ່ານ​ ສີ​ຈິ້ນ​ຜິງ"
2018-05-17 16:48:24  cri 
ປຶ້ມ"30 ບົດ​ວ່າ​ດ້ວຍແນວ​ຄິດ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່​ຂອງ​ທ່ານ​ ສີ​ຈິ້ນ​ຜິງ" ທີ່​ຈັດ​ຕັ້ງ​ຮຽບ​ຮຽງ​ໂດຍ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູ​ນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ໄດ້​ເລີ່ມ​ພິມ​ຈຳ​ໜ່າຍ​ຢູ່​ຮ້ານ​ຂາຍ​ປຶ້ມ​ຊິ່ນ​ຮ​ວາ​ຢູ່​ແຫ່ງ​ຕ່າງໆ​ຂອງ​ຈີນ​ແຕ່​ວັນ​ທີ 17 ພຶດ​ສະ​ພາ​ນີ້​ເປັນ​ຕົ້ນ​ໄປ.

​ປຶ້ມ​ດັ່ງ​ກ່າວ​ໄດ້​ບັນ​ລະ​ຍາຍ​ຄວາມ​ໝາຍ​ສຳ​ຄັນ​ແລະ​ໃຫຍ່​ຫຼວງ​ຂອງ​ແນວ​ຄິດ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ຢ່າງ​ຮອບ​ດ້ານ,ເປັນ​ລະ​ບົບ​ແລະ​ເລິກ​ເຊິ່ງ, ໄດ້​ຮຽກ​ຮ້ອງ​ໃຫ້​ພະ​ຍາ​ຍາມຮຽນ​ຮູ້​ແລະ​ປະ​ຕິ​ບັດ​ຕາມ​ແນ​ວ​ຄິດ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ຕື່ມ​ອີກ, ເພື່ອ​ເພີ່ມ​​ທະ​ວີເນື້ອ​ໃນ​ແນວ​ຄິດ​ຂອງ​ຕົນ, ຊີ້​ນຳ​ ​ພຶດ​ຕິ​ກຳ​ແລະ​ຊຸກ​ຍູ້​ວຽກ​ງານ​ຢ່າງ​ເປັນ​ເຈົ້າ​ການກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ