ອົງການ​ສະຫະ​ປະຊາ​ຊາດ​ສະໜັບ​ສະ​ໜູນ​ຄວາມ​ພະຍາຍາມ​ໃນ​ການຮັກສາ​ສັນຍານິວ​ເຄຼຍອີຣານຂອງສະຫະພາບ​ເອີຣົບ
2018-05-17 16:34:32  cri 
ວັນ​ທີ 16 ພຶດສະພາ​ນີ້, ທ່ານ​ອັນ​​ໂຕ​ນີວ ກູ​ເຕີ​ເຣສ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​​ໄດ້​ກ່າວ​ຢູ່ນະຄ​ອນຫຼວງ​ບຣຸກ​ແຊນ​ປະ​ເທດ​ແບນ​ຊິກ​ວ່າ: ອົງການ​ສະຫະ​ປະຊາ​ຊາດ​ສະໜັບສະ​ໜູນ​ຄວາມ​ພະຍາຍາມ​ໃນ​ການ​ຮັກສາ​ສັນຍາ​ນິວ​ເຄຼຍອີຣານຂອງ​ສະຫະພາບ​ເອີຣົບ.

ມື້​ດຽວກັນ, ທ່ານ​ກູ​ເຕີ​ເຣສ​ໄດ້​ຢ້ຽມຢາມ​ສຳນັກງານ​ໃຫຍ່​ສະຫະພາບ​ເອີຣົບ ​ແລະ​ໄດ້​ຈັດການ​ພົບ​ປະ​ກັບ​ທ່ານຊ໋ອງ-ຄລອດ ຈຸນ​ເກີຣ ປະທານ​ຄະນະ​ກຳມະການ​ສະຫະພາບ​​ເອີຣົບ ​ແລະ​ທ່ານ​​ແຟ​ເດີຣີກາ ​ໂມ​ເກຣີນີ ຜູ້ຕາງໜ້າ​ລະດັບ​ສູງ​ນະ​ໂຍບາຍ​ການ​ທູດ ​ແລະ​ຄວາມ​ສະຫງົບ​ສະຫະພາບ​ເອີຣົບ. ​ໂອກາດ​ນີ້, ທ່ານ​ກູ​ເຕີ​ເຣສ​ໄດ້​ຊົມ​ເຊີຍ​ບົດບາດ​ຂອງ​ສະຫະ​ພາບ​ເອີຣົບ​ ​ແລະ​ເນັ້ນ​ຕື່ມ​ອີກ​ວ່າ: ອົງການ​ສປຊສະໜັບສະໜູນ​ຄວາມ​ພະຍາຍາມ​ໃນ​ການ​ຮັກສາ​ສັນຍາ​ນິວ​ເຄຼຍອີຣານຂອງ​ສະຫະພາບ​ເອີຣົບ.

ທ່ານຈຸນ​ເກີ​ໄດ້​ຢືນຢັນ​ຄວາມ​ຕັດ​ສິນ​ໃຈ​ຂອງ​ສະຫະພາບ​ເອີ​ຣົບ​ໃນ​ການ​ຮັກສາ​ສັນຍາ​ນິວ​ເຄຼຍ, ​ເພາະວ່າ​ມີ​ຄວາມ​ບົດບາດ​ສຳຄັນທີ່​ສຸດ​ໃນ​ການ​ຮັກສາ​ສັນຕິພາບ​ຂອງ​ພາກ​ພື້ນ ​ແລະຂອງ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ