ມູນ​ຄ່າ​ການ​ລົງທຶນຢູ່​ຕ່າງປະ​ເທດ​ຂອງ​ຈີນ​​ແຕ່​ເດືອນ​ມັງກອນ​ຫາ​ເດືອນ​ເມສາ​ເພີ່ມ​ຂຶ້ນ 34,9%
2018-05-17 16:45:13  cri 
ວັນ​ທີ 17 ພຶດສະພາ​ນີ້, ກະຊວງ​ການ​ຄ້າ​ຈີນ​ໄດ້​​ເປີດ​ເຜີຍຂໍ້​ມູນ​​ໃໝ່​ວ່າ: ​ໃນ 4 ​ເດືອນ​ຕົ້ນ​ປີ 2018 ຈີນ​ໄດ້​ບັນລຸ​ມູນ​ຄ່າ​ການ​ລົງທຶນຢູ່​ຕ່າງປະ​ເທດ​ເຖິງ 35,58 ຕື້​ໂດ​ລາ​ສະຫະ​ລັດ, ​ເພີ່ມ​ຂຶ້ນ 34,9% ທຽບ​​ໃສ່​ໄລຍະ​ດຽວ​ກັນຂອງ​ປີຜ່ານມາ, ຈັງຫວະ​ການ​ເຕີບ​ໂຕ​ເພີ່ມ​ຂຶ້ນ 10,8% ທຽບ​ໃສ່​​ໄຕ​ມາດ​ທີ​ໜຶ່ງ​​​ໃນ​ປີ 2018 ​ແລະ​ຮັກສາການ​ເພີ່ມ​ຂຶ້ນ​ເປັນ​ເວລາ 6 ​ເດືອນ​​ລຽນຕິດ.

​ເຈົ້າ​ໜ້າ​ທີ່​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ: ການ​ລົງທຶນ​ຢູ່ຕ່າງປະ​ເທດ​ຂອງ​ຈີນ​ກຳລັງ​ຮັກສາ​ການ​ພັດທະນາ​ຢ່າງໝັ້ນ​ທ່ຽງ.
​​​ເຈົ້າ​ໜ້າ​ທີ່ກົມການ​ຮ່ວມ​ມື​ຂອງ​ກະຊວງ​ການ​ຄ້າ​ຈີນ​​ຊີ້​​ໃຫ້​ເຫັນ​ວ່າ: ຄາດ​ວ່າມູນ​ຄ່າ​ການ​ລົງທຶນຢູ່​ຕ່າງປະ​ເທດຂອງ​ຈີນ​ໃນ​ປີ 2018 ຈະ​ຟື້ນ​ຟູ​ໃນ​ຈັງຫວະ​ການ​ເຕີບ​ໂຕທີ່​ສູງກວ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ