ສ​ປ​ປ ເກົາຫຼີ​ອາດ​ຈະ​ພິ​ຈາ​ລະ​ນາ​ຄືນ​ວ່າ​ຈະ​ເຂົ້າ​ຮ່ວມ​ການ​ພົບ​ປະ​ກັບອາ​ເມ​ລິ​ກາຫຼື​ບໍ່
2018-05-17 10:03:13  cri 
ທ່ານ​ກິມ​ເກກວນ ຮອງ​ລັດ​ຖະ​ມົນ​ຕີ​ຜູ້​ທີ​ໜຶ່ງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສ​ປ​ປ ເກົາຫຼີ​ຖະ​ແຫຼງ​ໃນ​ວັນ​ທີ 16 ພຶດ​ສະ​ພາ​ນີ້​ວ່າ, ຖ້າ​ລັດ​ຖະ​ບານ​ທ​ຣຳ​ບັງ​ຄັບ​ໃຫ້ ສ​ປ​ປ ເກົ​າຫຼີ​ປະ​ລະ​ນິວ​ເຄຼຍ​ແຕ່​ຝ່າຍ​ດຽວ, ສ​ປ​ປ ເກົ​າຫຼີອາດ​ຈະ​ພິ​ຈາ​ລະ​ນາ​ຄືນ​ວ່າ​ຈະ​ເຂົ້າ​ຮ່ວມ​ການ​ພົບ​ປະ​ລະ​ຫວ່າງ​ຜູ້​ນຳ​ ສ​ປ​ປ ເກົາຫຼີ-ອາ​ເມ​ລິ​ກາຫຼື​ບໍ່.

ທ່ານ​ກິມ​ເກກວນ​ກ່າວ​ວ່າ, ກ່ອນ​ທີ່​​ຈະຈັດ​ການ​ພົບ​ປະ​ລະ​ຫວ່າງ​ຜູ້​ນຳ ສ​ປ​ປ ເກົາຫຼີ​ກັບ​ອາ​ເມ​ລິ​ກາ, ອາ​ເມ​ລິ​ກາ​ໄດ້​ກ່າວ​ຖ້ອຍ​ຄວາມ​ຮຸນ​ແຮງ​ທີ່​ສຸດ​ຢ່າງ​ບັງ​ອາດ​ຕໍ່​ຄູ່​ການ​ພົບ​ປະ ເປັນ​ການ​ກະ​ທຳ​ທີ່​ບໍ່​ເໝາະ​ສົມ​ທີ່​ສຸດ. ກ່ອນ​ໜ້າ​ນີ້, ທ່ານ​ຈອນ ໂບ​ນ​ຕັນ ຜູ້​ຊ່ວຍ​ວຽກ​ງານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ເຄີຍ​ສະ​ເໜີ "ຮູບ​ການ​​ປອດ​ນິວ​ເຄຼຍ​ລີ​ບີ" ເປັນ​ຕົ້ນ ທີ່​ມີຫຼັກ​ການ "​ປອດ​ນິວ​ເຄຼຍ​ແລ້ວ​ຈິ່ງ​ມີ​ການ​ຊົດ​ເຊີຍ", ຫາກ​ບໍ່​ແມ່ນ​ມີ​ເຈດ​ຈຳ​ນົງ​ຜ່ານ​ການ​ສົນ​ທະ​ນາ​ກັນ​ເພື່ອ​ແກ້​ໄຂ​ບັນ​ຫາ. ອາ​ເມ​ລິ​ກາ​ສິ້ນ​ສຸດ​ນະ​ໂຍ​ບາຍ​ເປັນ​ປໍ​ລະ​ປັກ​ກັບ ສ​ປ​ປ ເກົາຫຼີ ແລະ ສິ້ນ​ສຸດ​ການ​ນາບ​ຂູ່​ທາງ​ນິວ​ເຄຼຍ ຕໍ່ ສ​ປ​ປ ເກົາຫຼີ ເປັນເງື່ອນ​ໄຂ​ທີ່​ເຮັດ​ໃຫ້​ແຫຼ​ມ​ເກົາຫຼີ​ປອດ​ນິວ​ເຄຼຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ