ຈີນ​ແລະ​ສ​ະ​ຫະ​ພັນ​ເສດ​ຖະ​ກິດເອີ​ຣົບ​ອາ​ຊີ ​ເຊັນ​ສັນ​ຍາ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ
2018-05-18 11:02:48  cri 
CRIລາຍ​ງານ​ວ່າ:ວັນ​ທີ 17 ພຶດ​ສະ​ພາ​ນີ້ຢູ່​ນະ​ຄອນຫຼວງ​ອັ​ສທາ​ນາ ແຫ່ງ ສາ​ທາ​ລະ​ນະ​ລັດ​ກາ​ຊັກ​ສະ​ຖານ, ທ່ານ​ຟູ້​ຈື້​ຢີ້ງ ຜູ້​ຕາງ​ໜ້າ​ເຈ​ລະ​ຈາ​ການ​ຄ້າ​ສາ​ກົນ ທັງ​ເປັນ​​ຮອງລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຈີນ​ແລະ​ທ່ານ​ຕີກ​ຣານ ຊາ​ຣ​ກິ​ສ​ຢັງ ປະ​ທານ​ຄະ​ນະ​ບໍ​ລິ​ຫານ​ງານ​ຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ​ເອີ​ຣົບ​ອາ​ຊີ ແລະ​ຜູ້​ຕາງ​ໜ້າບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ສະ​ຫະ​ພັນ​ເສດ​ຖະ​ກິດ​ເອີ​ຣົບ​ອາ​ຊີ​ໄດ້​ຮ່ວມ​ກັນ​ລົງ​ນາມ​ໃນ​ສັນ​ຍາ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ ເຊິ່ງ​​ຖືເປັນ​ການ​ຈັດ​ວາງ​ລະ​ບຽບ​ການ​ທີ່​ສຳ​ຄັນ​ໃນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ເປັນ​ຄັ້ງ​ທຳ​ອິດ​ລະ​ຫວ່າງ​ຈີນ​ແລະ​ສະ​ຫະ​ພັນ​ເສດ​ຖະ​ກິດ​ເອີ​ຣົບ​ອາ​ຊີ ແລະ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງຈີນ​ແລະ​ສະ​ຫະ​ພັນ​ເສດ​ຖະ​ກິດ​ເອີ​ຣົບ​ອາ​ຊີ​ພ້ອມ​ດ້ວຍ​ປະ​ເທດ​ສະ​ມາ​ຊິກ​ຂອງ​ອົງ​ການ​ນີ້​ໄດ້​ຂະ​ຫຍາຍ​ຕົວ​ຈາກ​ການ​ຊຸກ​ຍູ້​ດ້ວຍ​ໂຄງ​ການ​ເຂົ້າ​ສູ່​ໄລ​ຍະ​ໃໝ່​ທີ່​ນຳ​ພາ​ຈາກ​ລະ​ບຽບ​ການ ແລະ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ເປັນ​ຂີດ​ໝາຍ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ເຊື່ອມ​ຕໍ່​ກັນ​ລ​ະ​ຫວ່າງ​ການ​ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"​ກັບ​ການ​ສ້າງ​ສະ​ຫະ​ພັນ​ເສດ​ຖະ​ກິດ​ເອີ​ຣົບ​ອາ​ຊີ.

ຫຼັງ​ຈາກ​ເຊັນ​ສັນ​ຍາ​ແລ້ວ, ສອງ​ຝ່າຍ​ຈະ​ເລັ່ງ​ລັດ​ປະ​ຕິ​ບັດ​ຂັ້ນ​ຕອນ​ພາຍ​ໃນ​ປະ​ເທດ​ຕົນ​ເພື່ອ​ເຮັດໃຫ້​ສັນ​ຍາ​ສະ​ບັບ​ນີ້​ເກີດ​ຜົນ​ສັກ​ສິດ​ແລະ​ປະ​ກາດ​ໃຊ້​ໃນ​ຕົ້ນ​ປີ​ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ