ທ່ານ​ປູ​ຕິນ​ຢືນ​ຢັນ​ວ່າ ກຳ​ລັງ​ປະ​ກອບ​ອາ​ວຸດ​ຕ່າງ​ປະ​ເທດ​ຈະ​ຖອນ​ອອກ​ຈາກ​ຊີ​ຣີ
2018-05-18 11:28:00  cri 
ຂ່າວ​ສານ​ຈີນ​ລາຍ​ງານ​ວ່າ: ວັນ​ທີ 17 ພຶດ​ສະ​ພາ​ນີ້, ທ່ານ​ວ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ຢືນ​ຢັນ​ວ່າ ກຳ​ລັງ​ປະ​ກອບ​ອາ​ວຸດ​ຕ່າງ​ປະ​ເທດ​ຈະ​ຖອນ​ອອກ​ຈາກ​ຊີ​ຣີ.

ວັນ​ດຽວ​ກັນ, ທ່ານ​ປູ​ຕິນ​ໄດ້​ພົບ​ປະ​ກັບ​ທ່ານ​ບາ​ຊາ ອັນ​ອາ​ຊັດ ປະ​ທາ​ນາ​ທິ​ບໍ​ດີ​ຊີ​ຣີ​​ທີ່​ມາ​ຢ້ຽມ​ຢາມຢູ່​ເມືອງ​ໂຊ​ຊີ ພາກ​ໃຕ້​ຣັດ​ເຊຍ. ໃນ​ຖະ​ແຫຼງ​ການ​ທີ່​ເປີດ​ເຜີຍຫຼັງ​ການ​ພົບ​ປະ​ສອງ​ຝ່າຍ, ທ່ານ​ປູ​ຕິນ​ລະ​ບຸ​ວ່າ:ປັດ​ຈຸ​ບັນ,ກອງ​ທັບ​ຊີ​ຣີ​ສາ​ມາດ​ຍາດ​ໄດ້​ຜົນ​ສຳ​ເລັດ​ທີ່​ພົ້ນ​ເດັ່ນ​ໃນ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ ແລະ​ຂະ​ບວນ​ການ​ການ​ເມືອງ​ພາຍ​ໃນ​ປະ​ເທດ​ຊີ​ຣີ​ກໍ​ໄດ້​ເລີ່ມ​ຂຶ້ນ​ແລ້ວ, ດ້ວຍ​ເຫດ​ນີ້,ກຳ​ລັງ​ປະ​ກອບ​ອາ​ວຸດ​ຕ່າງ​ປະ​ເທດ​ຈະ​ຖອນອ​ອກ​ຈາກ​ຊີ​ຣີ.

ທ່ານ​ປູ​ຕິນ​ຢືນ​ຢັນ​ວ່າ, ຣັດ​ເຊຍ​ແລະ​ຊີ​ຣີ​ສາ​ມາດ​ຮ່ວມ​ກັນ​ປະ​ຕິ​ບັດ​ວຽກ​ງານ​ໃນ​ໄລ​ຍະ​ຕໍ່​ໄປ ຄື​ຟື້ນ​ຟູ​ເສດ​ຖະ​ກິດ​ຊີ​ຣີ ທັງ​ຊ່ວຍ​ເຫຼືອ​ຊາວ​ອົບ​ພະ​ຍົບ​ໃນ​ດ້ານ​ມະ​ນຸດ​ສະ​ທຳອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ