ຄວາມ​ພະຍາຍາມ​ຂອງ ສປປ ​ເກົາຫຼີ ​ຄວນ​​ເປັນ​​ການ​ສົ່ງ​ເສີມ​ໃຫ້​ຝ່າຍ​ທີ່​ກ່ຽວຂ້ອງ​ໄປ​ທິດ​ທາງ​ດຽວ​ກັນ
2018-05-18 14:25:29  cri 

ມີ​ນັກ​ຂ່າວ​ຖາມ​ໃນກອງ​ປະຊຸມ​ຖະ​ແຫຼງຂ່າວ ​ວັນ​ທີ 17 ພຶດສະພາ​ນີ້ວ່າ: ທ່ານ​ເຣນ ພາວ ສະມາຊິກ​ສະພາ​ສູງ​ອາ​ເມ​ລິ​ກາ ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ໃນ​ເລື່ອງ​ທີ່ ສປປ ​ເກົາຫຼີຖະ​ແຫຼງວ່າ​ອາດ​ຈະ​ພິຈາລະນາຕື່ມ​ອີກ​ກ່ຽວ​ກັບ​ການ​ພົບ​ປະກັນ​ລະຫວ່າງ​ຜູ້ນຳ ສປປ ​ເກົາຫຼີ-ອາ​ເມ​ລິ​ກາ ​ໂດຍ​ກ່າວວ່າ: ສປປ ​ເກົາຫຼີ ​ໄດ້​ປ່ອຍ​ຊາວ​ອາ​ເມ​ລິ​ກາ 3 ຄົນ ​ແລະ​ປະກາດ​ຈະ​ຢຸດ​ເຊົາ​ການ​ທົດ​ລອງ​ນິວ​ເຄລຍ ​ແລະ ຂີ​ປະ​ນາ​ວຸດ ​ເຊິ່ງ​ເປັນ​ການ​ກະທຳ​ທີ່ປະນີປະນອມ​ຈາກ ສປປ ​ເກົາຫຼີ ​ແຕ່​ພັດ​ບໍ່​​ເຫັນ​ອາ​ເມ​ລິ​ກາ​ມີ​ການ​ຕອບ​ຮັບ​ທີ່​ມີ​ຄວາມ​ຄືບ​ໜ້າ​ແຕ່​ຢ່າງ​ໃດ. ຈີນ​ມີຄວາມ​ເຫັນແນວ​ໃດ​ຕໍ່​ເລື່ອງ​ນີ້?

ທ່ານ​ລູ້​ຄ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​​ຕອບ​ວ່າ: ສປປ ​ເກົາຫຼີ ​ໄດ້​ທຳ​ຄວາມ​ພະຍາຍາມ​ຕ່າງໆ​ທີ່​ສຳຄັນ ລວມທັງ​ປະກາດ​ຢຸດ​ເຊົາ​ການ​ທົດ​ລອງ​ນິວ​ເຄລຍ, ປິດ​ຖານ​ທົດ​ລອງ​ນິວ​ເຄລຍພຸງ​ເກຣີ ​ແລະ​ອື່ນໆ ​ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​​ເຈຕະນາ​ທີ່​ດີ​ຂອງ ສປປ ​ເກົາຫຼີ​ໃນ​ການ​ຊຸກຍູ້​ການ​ປອດ​ນິວ​ເຄລຍຢູ່​ແຫຼມ​ເກົາຫຼີ, ການ​ສ້າງ​ຄວາມ​ໄວ້​​ເນື້ອ​ເຊື່ອ​ໃຈ​ກັບ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ ​ແລະ ຄວາມ​ຈິງ​ໃຈ​ຂອງ ສປປ ​ເກົາຫຼີທີ່​ສຸມ​ໃສ່​ຊຸກຍູ້​ຂະ​ບວນການ​ແກ້​ໄຂ​ບັນຫາ​​ແຫຼມ​ເກົາ​ຫຼີ​ໂດຍ​ຜ່ານ​ການ​ເຈລະຈາ​ທາງການ​ເມືອງ ຈຶ່ງ​ຖື​ວ່າເປັນ​ທ່າ​ທີ​ທີ່ຕັ້ງໜ້າ​ແລະ​ໜ້າ​ຢືນຢັນ ​ແລະ​ຄວນ​ໄດ້​ຮັບ​ການ​ປຸກລະດົມ, ຍິນ​ດີ​ຕ້ອນຮັບ ​ແລະ ການ​ສະໜັບສະໜູນ​ຈາກ​ປະຊາ​ຄົມ​ໂລກ ​ແລະ​ກໍຄວ​ນ​ເປັນ​ສິ່ງ​ທີ່​ຊຸກຍູ້​ໃຫ້​ຝ່າຍ​ທີ່​ກ່ຽວຂ້ອງ​ປະຕິບັດ​ໄປ​ຕາມ​ທິດ​ທາງ​ດຽວ​ກັນ.

ທ່ານ​ລູ້​ຄ່າງ ຮຽກຮ້ອງ​ໃຫ້​ອາ​ເມ​ລິ​ກາ ​ແລະ ສປປ ​ເກົາຫຼີ ກຳ​​ແໜ້ນໂອກາດ​ໃນ​ປັດຈຸບັນ ​ແລະ ສືບ​ຕໍ່​ສຸມ​ໃສ່​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ດຳ​ເນີນ​ການ​ເຈລະຈາ​ກັນ ​ແລະຮ່ວມ​ກັນ​ພະຍາຍາມ​ຢ່າງ​ຕັ້ງໜ້າ​ເພື່ອ​ບັນລຸ​ການ​ປອດ​ນິວ​ເຄລຍຢູ່​ແຫຼມ​ເກົາຫຼີ ​ແລະ ຄວາມສະຫງົບ​ຖາວອນຂອງ​ພາກ​ພື້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ