ກອງ​ປະ​ຊຸມ​ຜູ້​ນຳ​ພາກ​ສ່ວນ​ປາບ​ປາມ​ຢາ​ເສບ​ຕິດ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ຄັ້ງ​ທີ 8 ບັນ​ລຸ​ຄວາມ​ຮັບ​ຮູ້​ຢ່າງ​ເປັນ​ເອ​ກະ​ພາບ 4 ຂໍ້
2018-05-18 11:31:14  cri 
ກອງ​ປະ​ຊຸມ​ຜູ້​ນຳ​ພາກ​ສ່ວນ​ປາບ​ປາມ​ຢາ​ເສບ​ຕິດ​ຂອງ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ຄັ້ງ​ທີ 8 ໄດ້​ຈັດ​ຂຶ້​ນ​ຢູ່​ນະ​ຄອນ​ທຽນ​ສິນ​ຂອງ​ຈີນ​ໃນວັນ​ທີ 17 ພຶດ​ສະ​ພາ​ນີ້. ໂດຍກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ບັນ​ລຸ​ຄວາມ​ຮັບ​ຮູ້​ຢ່າງ​ເປັນ​ເອ​ກະ​ພາບ 4 ຂໍ້​ດັ່ງ​ນີ້: ໄດ້​ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ຕໍ່​ກອງ​ປະ​ຊຸມ​ລະ​ດັບ​ສູງ​ຄັ້ງ​ທີ 2 ທີ່​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ແລະ​ຫ້ອງ​ການ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ບັນ​ຫາ​ຢາ​ເສບ​ຕິດ​ແລະ​​ອາ​ຊະ​ຍາ​ກຳ​ຮ່ວມ​ກັນ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງວຽນ​ປະ​ເທດ​ໂອ​ຕຼິ​ສ​ໃນ​ວັນ​ທີ 12 ມີ​ນາປີ​ນີ້; ໄດ້​ເຫັນ​ດີນຳ​ບັນ​ດາ​ຝ່າຍ​ທີ່​​ໄດ້ປຶກ​ສາ​ຫາ​ລື​​ຮ່າງ​ຍັດ​ຕິກ່ຽວ​ກັບ "​ການ​ປ້ອງ​ກັນ​ບໍ່​ໃຫ້​ໃຊ້​ຢ່າ​ມືນ​ແລະ​ຢາ​ປິ່ນ​ປົວໂລກ​​ຈິດແບບ​ທົ່ວ​​ໄປຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ",ສະ​ໜັບ​ສະ​ໜູ​ນ​ໃຫ້​ຍື່ນ​ຮ່າງ​ຍັດ​ຕິ​ດັ່ງ​ກ່າວ​ໄປ​ຍັງ​ກອງ​ປະ​ຊຸມ​ຄະ​ນະ​ມົນ​ຕີ​ປະ​ມຸ​ລັກ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ເພື່ອ​ຮັບ​ການ​ອະ​ນຸ​ມັດ​ຕາມ​ຂັ້ນ​ຕອນ;ສະ​ໜັບ​ສະ​ໜູນ​ໜ່ວຍ​ງານ​ຊ່ຽວ​ຊານ​ຕ່າງໆ​ໃນ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ: ການ​ແລກ​ປ່ຽນ​ຂ່າວ​ລັບ​ຂອງ​ຄະ​ດີ​ຢາ​ເສບ​ຕິດ,ການ​​ຄຸ້ມ​ຄອງແລະ​ຄວບ​ຄຸມຜະ​ລິດ​ຕະ​ພັນ​ເຄ​ມີ​ທີ່​ເປັນ​ພິດ,ການ​ຫຼຸດ​ຄວາມ​ຕ້ອງ​ການ​ຕໍ່​ຢາ​ເສບ​ຕິດ​ແລະ​ປັບ​ປຸງ​ກົດ​ໝາຍ​ໃຫ້​ດີ​ຂຶ້ນ​ແລະ​ຂົງ​ເຂດ​ອື່ນໆ; ກອງ​ປະ​ຊຸມ​ໄດ້​ຢ້ຳ​ຈະ​ເດັດ​ດ່ຽວ​ປົກ​ປັກ​ຮັກ​ສາ​ໂຄງ​ປະ​ກອບ​ປາບ​ປາມ​ຢາ​ເສບ​ຕິດ​ສາ​ກົນ​ໃນ​ປັດ​ຈຸ​ບັນ,ປົກ​ປັກ​ຮັກ​ສາ​ອິດ​ທິ​ພົນ​ຂອງ​ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ການ​ປາບ​ປາມ​ຢາ​ເສບ​ຕິດ 3 ສະ​ບັບ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ,ຄັດ​ຄ້ານ​ຢາ​ເສບ​ຕິດ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ