ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທູດ​ພິ​ເສດ​ທ່ານ​ສີ​ຈິ້ນ​ຜິງ
2018-05-18 09:44:26  cri 
ວັນ​ທີ 17 ພຶດ​ສ​ະ​ພາ​ນີ້, ຢູ່​ທຳ​ນຽບ​ຂາວ, ທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານຫຼິວ​ເຮີ້ ທູດ​ພິ​ເສດ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ, ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ທັງ​ເປັນ​ຜູ້​ປະ​ສານ​ງານ​ຝ່າຍ​ຈີນ​ໃນ​ການ​ສົນ​ທະ​ນາ​ເສດ​ຖະ​ກິດ​ຮອບ​ດ້ານ​ຈີນ-ອາ​ເມ​ລິ​ກາ.

ໃນ​ການ​​ຢ້ຽມ​ຢາມ​ຄັ້ງ​ນີ້, ສອງ​ຝ່າຍ​ໄດ້​ລົງ​ເລິກ​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ຈີນ-ອາ​ເມ​ລິ​ກາ. ທ່ານຫຼິວ​ເຮີ້​ກ່າວ​ວ່າ, ການ​ມາ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ​ຂອງ​ຂ້າ​ພະ​ເຈົ້າ​ເທື່ອ​ນີ້​ແມ່ນ​ອີງ​ຕາມ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນ​ລະ​ຫວ່າງ​ປະ​ມຸກ​ລັດ​ສອງ​ປະ​ເທດ ເພື່ອ​ສືບ​ຕໍ່​ລົງ​ເລິກ​ແລກ​ປ່ຽນ​ຄວາມ​ເຫັນ​ກັບ​ອາ​ເມ​ລິ​ກາ​ກ່ຽວ​ກັບ​ບັນ​ຫາ​ເສ​ດ​ຖະ​ກິດ​ການ​ຄ້າ​ຈີນ-ອາ​ເມ​ລິ​ກາ. ຈີນ​ຍິນ​ດີ​ພະ​ຍາ​ຍາມ​ຮ່ວມ​ກັບ​ອາ​ເມ​ລິ​ກາ, ຊຳ​ລະ​ແກ້​ໄຂ​ບັນ​ຫາ​ທາງ​ເສດ​ຖະ​ກິດ​ການ​ຄ້າ​ທີ່​ສອງ​ຝ່າຍ​ສົນ​ໃຈ​ຮ່ວມ​ກັນ​ ບົນ​ພື້ນ​ຖານ​ສະ​ເໝີ​ພາບ ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ເພື່ອ​ຮັບ​ປະ​ກັນ​ໃຫ້​ການ​ຮ່ວມ​ມື​ທາງ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫ​ວ່າງ​ສອງ​ຝ່າຍ​ສືບ​ຕໍ່​ກາຍ​ເປັນ​ພື້ນ​ຖານ​ໜັກ​ແໜ້ນ ແລະ ກຳ​ລັງ​ແຮງ​ຊຸກ​ຍູ້​ການ​ພົວ​ພັນ​ຈີນ-ອາ​ເມ​ລິ​ກາ.

ທ່ານ​ທ​ຣຳ​ກ່າວ​ວ່າ, ​ການຮັກ​ສາ​ການ​ພົວ​ພັນ​ທີ່​ດີ​ໃນ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ອາ​ເມ​ລິ​ກາ-ຈີນ​ແມ່ນ​ມີ​ຄວາມ​ສຳ​ຄັນ​ທີ່​ສຸດ. ຫວັ​ງ​ໃຫ້​ທີມ​ງານ​ເສດ​ຖະ​ກິດ​ສອງ​ປະ​ເທດ​ພະ​ຍາ​ຍາມ​ຮ່ວມ​ກັນ, ຕັ້ງ​ໜ້າ​ແກ້​ໄຂ​ບັນ​ຫາ​ທີ່​ຄົງ​ຄ້າງ​ຢູ່​ໃນ​ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ. ອາ​ເມ​ລິ​ກາ ແລະ ຈີນ​ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະ​ລັງ​ງານ ແລະ ຂະ​ແໜງ​ການ​ຜະ​ລິດ ພ້ອມ​ທັງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ທາງ​ການ​ຄ້າ ແລະ ການ​ລົງ​ທຶນ, ເປີດກວ້າງ​ການ​ຄ້າ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ ແລະ ການ​ອະ​ນຸ​ຍາດ​ເຂົ້າ​ຕະຫຼາດ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ປົກ​ປ້ອງ​​ຊັບ​ສິນ​ທາງ​ປັນ​ຍາ ເພື່ອ​ນຳ​ເອົາ​ຜົນ​ປະ​ໂຫຍດ​ຕົວ​ຈິງຫຼາຍກວ່າ​ເກົ່າ​ມາ​ໃຫ້​ປະ​ຊາ​ຊົນ​ສອງ​ຊາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ