ຄາດ​ວ່າ​ຈັງ​ຫວະ​​ການເຕີບ​ໂຕ​ເສດ​ຖະ​ກິດ​ໂລກ​ໃນ​ປີ​ນີ້ ແລະ ປີ​ໜ້າ​ຈະຫຼາຍກວ່າ 3%
2018-05-18 15:45:44  cri 
ບົດ​ລາຍ​ງານ "ສະ​ຖາ​ນະ​ການ ແລະ ຈ້ອງມອງ​ເສດ​ຖະ​ກິດ​ໂລກ​ປີ 2018" ​​ສະ​ບັບ​ປັບ​ປຸງ ທີ່​ອົງ​ກາ​ນ​ສະ​ຫະ​ປະ​ຊາ​ຊາດ​ເຜີຍ​ແຜ່ໃນ​ວັນ​ທີ 17 ພຶດ​ສະ​ພາ​ນີ້​ຄາດ​ວ່າ, ຈັງ​ຫວະ​​ການເຕີບ​ໂຕ​ເສ​ດ​ຖະ​ກິດ​ໂລກ​ໃນ​ປີ​ນີ້ ແລະ ປີ​ໜ້າ​ຈະ​ບັນ​ລຸ 3,2%, ຕ່າງ​ກໍ​ໄດ້​ປັບ​ຂຶ້ນ 0,2% ແລະ 0,1%.

ບົດ​ລາຍ​ງານ​ຊີ້​ອອກວ່າ, ສະ​ຖາ​ນະ​ການ​ການ​ຄ້າ​ນັບ​ມື້​ເຄັ່ງ​ຕຶງ, ນະ​ໂຍ​ບາຍ​ເງິນ​ຕາ​ມີ​ລັກ​ສະ​ນະ​ບໍ່​ແນ່ນອນ​ເພີ່ມ​ຂຶ້ນ, ລະ​ດັບ​ໜີ້​ສິນ​ເພີ່ມ​ຂຶ້ນ ແລະ ສະ​ຖາ​ນະ​ການ​ການ​ເມືອງ​ບາງ​ພາກ​ພື້ນ​ດຸ​ເດືອດ​ຂຶ້ນ ອາດ​ຈະ​ກີດ​ຂວາງ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ.

ບົດ​ລາຍ​ງານ​ເຕືອນ​ວ່າ, ບາງ​ປ​ະ​ເທດ​ໄດ້​ຕັ້ງ​ກຳ​ແພງ​ການ​ຄ້າ ແລະ ໃຊ້​ມາ​ດ​ຕະ​ການ​​ຕອບ​ໂຕ້​ຄືນ ຈະ​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຄວາມ​ແຮງ ແລະ ຄວາມ​ຕໍ່​ເນື່ອງ​ດ້ານ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ ເຊິ່ງ​ອາດ​ຈະ​ເປັນ​ຜົນ​ກະ​ທົບ​ທາງ​ລົບ​ຕໍ່​ເສດ​ຖະ​ກິດ​ທົ່ວ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ