ມື​ຖື​ບໍ​ລິ​ສັດ​ຫົວ​ເຫວີຍ​ກວມ​ອັດ​ຕາ​ສ່ວນ​ໃນ​ຕະ​ຫຼາດ​ໂປ​ໂລຍ​ສູງ​ອັນ​ດັບ​ໜຶ່ງ
2018-05-19 15:43:00  cri 

ຕາມ​ຂ່າວCRI: ວັນ​ທີ 18 ພຶດ​ສະ​ພາ​ນີ້, ທ່ານ​ຈ່​ງາງ​ຈ່ຽນ ຜູ້​ອຳ​ນວຍ​ການ​ໃຫຍ່​ຜູ້​ຮັບ​ຜິດ​ຊອບ​ວຽກ​ງານ​ຂອງ​ຜູ້​ບໍ​ລິ​ໂພກ​ໂປ​ໂ​ລຍ​ຂອງ​​ບໍ​ລິ​ສັດ​ຫົວ​ເຫວີຍ​ຈີນ​ກ່າວຢູ່​ນະ​ຄອນ​ຫຼວງວັກ​ໂຊວີ​ວ່າ, ​ປະ​ລິ​ມານ​ຈຳ​ໜ່າຍ ແລະ ຍອດ​ມູນ​ຄ່າ​ຈຳ​ໜ່າຍ​ສາ​ມາດ​ໂຟນ​ຂອງ​ບໍ​ລິ​ສັດ​ຕົນ​ຢູ່​ຕະ​ຫຼາດ​ໂປ​ໂ​ລຍ​​ໄດ້​ລື່ນ​ກາຍ​ມື​ຖື​ຊາມ​ຊົງ​ສ.ເກົາ​ຫຼີ​ເປັນ​ເທື່​ອ​ທຳ​ອິດ ແລະ ຂຶ້ນ​ເປັນ​ອັນ​ດັບ​ທີ​ໜຶ່ງ.

ປັດ​ຈຸ​ບັນ, ສາມ​ອັນ​ດັບ​ທຳ​ອິດ​ຂອງ​ບໍ​ລິ​ສັດ​ກວມ​ອັດ​ຕາ​ສ່ວນ​ຫຼາຍ​ທີ່​ສຸດ​ໃນ​ຕະ​ຫຼາດ​ມື​ຖື​ໂປ​ໂລຍ​ແມ່ນ​ຫົວ​ເຫວີຍ, ຊາມ​ຊົງ ແລະ ແອັບ​ເປີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ