ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ, ເດັດ​ດ່ຽວສຳ​ເລັດໜ້າ​ທີ່ປ້ອງ​ກັນ ແລະ​ບຳ​ບັດ​ມົນ​ລະ​ພິດ ຊຸກ​ຍູ້​ໃຫ້​ການ​ສ້າງ​ສາ​ຄວາມ​ສິ​ວິ​ໄລ​ດ້ານ​ນິ​ເວດ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່
2018-05-20 14:32:35  cri 



ກອງ​ປະ​ຊຸມ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ນິ​ເວດ​ທົ່ວ​ປະ​ເທດ​ຈີນ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງແຕ່​ວັນ​ທີ 18 ຫາ 19 ພຶດ​ສະ​ພາ​ນີ້. ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ທັງ​ເປັນ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ ແລະ​ກ່າວ​ສູນ​ທອນ​ພົດ​ທີ່​ສຳ​ຄັນ ໂດຍ​ກ່າວ​ເນັ້ນ​ວ່າ, ຕ້ອງ​ມີ​ສະ​ຕິ​ຕື່ນ​ຕົວ​ທີ່​ປະ​ສານ​ສົມ​ທົບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ກັບ​ການ​ສ້າງ​ສາ​ຄວາມ​ສິ​ວິ​ໄລ​ດ້ານ​ນິ​ເວດ, ເພີ່ມ​ຄວາມ​ແຮງ​ໃນ​ການ​ຊຸກ​ຍູ້ການ​ສ້າງ​ສາຄວາມ​ສິ​ວິ​ໄລ​ດ້ານ​ນິ​ເວດ. ແກ້​ໄຂ​ບັນ​​ຫາ​ສິ່ງ​ແວດ​ລ້ອມນິ​ເວດ, ເດັດ​ດ່ຽວສຳ​ເລັດ​ໜ້າ​ທີ່ປ້ອງ​ກັນ ແລະ​ບຳ​ບັດ​ມົນ​ລະ​ພິດ, ຊຸກ​ຍູ້​ໃຫ້ການ​ສ້າງ​ສາ​ຄວາມ​ສິ​ວິ​ໄລ​ດ້ານ​ນິ​ເວດ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ການ​ສ້າງ​ສາ​ຄວາມ​ສິ​ວິ​ໄລ​ດ້ານ​ນິ​ເວດ​ເປັນ​ແຜນ​ລວມ​ພື້ນ​ຖານ​ທີ່​ພົວ​ພັນ​ເຖິງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ປະ​ຊາ​ຊາດ​ຈີນ. ເມື່ອສັງ​ເກດ​ໂດຍ​ລວມ​ແລ້ວ​ເຫັນ​ວ່າ, ຄຸນ​ນະ​ພາບ​ສິ່ງ​ແວດ​ລ້ອມ​ນິ​ເວດ​ຂອງ​ຈີນ​ໄດ້​ດີ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ແຕ່​ປະ​ສິດ​ທິ​ຜົນ​ຍັງ​ບໍ່​ໜັກ​ແໜ້ນ​ເທື່ອ. ການ​ສ້າງ​ສາ​ຄວາມ​ສິ​ວິ​ໄລ​ດ້ານ​ນິ​ເວດພວມ​ຢູ່​ໃນ​ໄລ​ຍະ​​ຂໍ​ກະ​ແຈ​ທີ່​ຜະ​ເຊີນ​ກັບ​ຄວາມ​ກົດ​ດັນຫຼາຍ​ດ້ານ ແລະ​ມີ​ໜ້າ​ທີ່​ອັນ​ໜັກໜາ. ຕ້ອງ​ເລັ່ງ​ລັດ​ສ້າງ​ສາ​ລະ​ບົບຄວາມ​ສິ​ວິ​ໄລ​ດ້ານ​ນິ​ເວດ, ​ເພື່ອ​ຮັບ​ປະ​ກັນ​ໃຫ້ຄຸນ​ນະ​ພາບ​ສິ່ງ​ແວດ​ລ້ອມ​ນິ​ເວດ​ມີ​ການ​ປ່ຽນ​ແປງ​ຢ່າງ​ເຖິ​ງ​ຖອງ, ​ແລະບັນ​ລຸ​ເປົ້າ​ໝາຍ ປະ​ເທດ​ຈີນ​ທີ່​ສວຍ​ງາມ ໂດຍ​ພື້ນ​ຖານ​ເມື່ອ​ປີ2035. ຮອດ​ກາງ​ສະ​ຕະ​ວັດ​ນີ້, ໄດ້​ຍົກ​ລະ​ດັບຄວາມ​ສິ​ວິ​ໄລ​ດ້ານ​ວັດ​ຖຸ, ການ​ເມືອງ, ຈິດ​ໃຈ, ສັງ​ຄົມ ແລະ​ລະ​ບົບ​ນິ​ເວດ​ ​ໃຫ້​ສູງ​ຂຶ້ນ​ຢ່າງ​ຮອບ​ດ້ານ, ຮູບ​ການ​ພັດ​ທະ​ນາ​ ແລະແບບ​ແຜນ​ດຳ​ລົງ​ຊີ​ວິດແບບ​ສີ​ຂຽວ​ໄດ້​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ຢ່າງ​ຮອບ​ດ້ານ, ມະ​ນຸດ​ກັບ​ທຳ​ມະ​ຊາດ​ຢູ່​ຮ່ວມ​ກັນ​ຢ່າງ​ກົມ​ກຽວ​ກັນ, ລະ​ບົບ​ປົກ​ຄອງ ແລະ​ຄວາມ​ສາ​ມາດປົກ​ຄອງ​ຂອງ​ລັດ​ໃນ​ຂົງ​ເຂດ​ສິ່ງ​ແວດ​ລ້ອມ​ນິ​ເວດ​ຫັນ​ເປັນ​ແບບ​ທັນ​ສະ​ໄໝ​ຢ່າງ​ຮອບ​ດ້ານ, ແລະ​ສ້າງ​ປະ​ເທດ​ທີ່​ສວຍ​ງາມ​ໃຫ້​ສຳ​ເລັດ.

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ, ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ສີ​ຂຽວ​ຢ່າງ​ຮອບ​ດ້ານ, ສິ່ງ​ສຳ​ຄັນ​ແມ່​ນ​ການ​ປັບ​ປຸງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ ແລະ​ໂຄງ​ປະ​ກອບ​ພະ​ລັງ​ງານ, ປັບ​ປຸງ​ໂຄງ​ຮ່າງພັດ​ທະ​ນາ​ທີ່​ດິນ ແລະ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ໃຫ້​ດີ​ຂຶ້ນ, ​ປັບ​ປຸງ​ໂຄງ​ປະ​ກອບ​ອຸດ​ສາ​ຫະ​ກຳ​ໃນ​ພາກ​ພື້ນ ແລະ​ຕາມ​ລຸ່ມ​ແມ່​ນ້ຳ​ໃຫ້​ດີ​ຂຶ້ນ, ບຳ​ລຸງ​ກໍ່​ສ້າງ​ອຸດ​ສາ​ຫະ​ກຳ​ທີ່​ປະ​ຢັດ​ພະ​ລັງ​ງານ ແລະ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ. ຕ້ອງ​​ຖື​ເອົາ​ການ​ແກ້​ໄຂ​ບັນ​ຫາ​ສິ່ງ​ແວດ​ລ້ອມ​ທີ່​ພົ້ນ​ເດັ່ນ​ເປັນ​​ວຽກ​ບຸ​ລິ​ມະ​ສິດ​ໃນ​ຂົງ​ເຂດ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ. ຕ້ອງ​ເດັດ​ດ່ຽວ​ເອົາ​ຊະ​ນະ​ໃນ​ບັ້ນ​ປົກ​ປ້ອງ​ທ້ອງ​ຟ້າ​ທີ່​ໂປ່ງ​ໃສ, ລົ​ງ​ເລິກ​​ຈັດ​ຕັ້ງປະ​ຕິ​ບັດ​ແຜນການ​ປ້ອງ​ກັນ ແລະ​ບຳ​ບັດ​ມົນ​ລະ​ພິດ​ນ້ຳ, ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ປ້ອງ​ກັນ ແລະ​ບຳ​ບັດ​ມົນ​ລະ​ພິດ​ທີ່​ດິນ​ຢ່າງ​ຮອບ​ດ້າ​ນາ, ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ທີ່​ຢູ່​ອາ​ໄສ​​ເຂ​ດ​ຊົນ​ນະ​ບົດ​ຢ່າງ​ຕໍ່​ເນື່ອງ, ສ້າງ​ເຂດ​ຊົນ​ນະ​ບົດ​ທີ່​ສວຍ​ງາມ. ຕ້ອງ​ປ້ອງ​ກັນ​ຄວາມ​ສ່ຽງ​ດ້ານ​ສິ່ງ​ແວດ​ລ້ອມ​ນິ​ເວດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ສ້າງ​ລະ​ບົບ​ປ້ອງ​ກັນ​ຄວາມ​ສ່ຽງ​ດ້ານ​ສິ່ງ​ແວດ​ລ້ອມ​ຕາມທຸກ​ຂັ້ນ​ຕອນແລະ​ແບ່ງ​​ເປັນຫຼາຍ​ລະ​ດັບ. ຕ້ອງ​ຍົກ​ລະ​ດັບ​ການ​ປັບ​ປຸງ​ສິ່ງ​ແວດ​ລ້ອມໃຫ້​ສູງ​ຂຶ້ນ, ນຳ​ໃຊ້​ພາ​ຫະ​ນະ​ການ​ຕະຫຼາດ​ຢ່າງ​ເຕັມ​ສ່ວນ, ບູ​ລະ​ນະ​ກົນ​ໄກ​ກຳ​ນົດ​ລາ​ຄາ​ຊັບ​ພະ​ຍາ​ກອນ ແລະ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ໃຫ້​ສົມ​ບູນ​ຂຶ້ນ, ເພີ່ມ​ຄວາມ​ພະ​ຍາ​ຍາມ​ໃນ​ການ​ຄົ້ນ​ຄວ້າ ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ກ່ຽວ​ກັບໂຄງ​ການ​​ທີ່ສຳ​ຄັນ. ຕ້ອງ ​ຈັດ​ຕັ້ງ​ປະ​ຕິ​ບັດ​​ຍຸດ​ທະ​ສາດ​ແຫ່ງ​ຊາດ​ໃນ​ກາ​ນ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຢ່າງຕັ້ງ​ໜ້າ, ຊຸກ​ຍູ້ ແລະ​ນຳ​ພາ​ການ​ສ້າງ​ລະ​ບົບ​ປັບ​ປຸງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ທົ່ວ​ໂລກ​ທີ່​ຍຸ​ຕິ​ທຳ ສົມ​ເຫດ​ສົມ​ຜົນ ແລະ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ເພື່ອ​ສະ​ແດງ​ໃຫ້​ເຫັນ​ບົດ​ບາດ​ຂອງ​ປະ​ເທ​ດ​ໃຫຍ່​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ, ຮ່ວມ​ກັນ​ຍ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ