ຈີນ​ຈະ​ເຂົ້າ​ຮ່ວມ​ການ​ຄຸ້ມ​ຄອງ​ດ້ານສາ​ທາ​ລະ​ນະ​ສຸກ​ໂລກ​ຢ່າງ​ຕັ້ງ​ໜ້າ
2018-05-21 14:45:12  cri 
ກ່ອນ​ຈັດ​ກອງ​ປະ​ຊຸມ​ໃຫຍ່​ອະ​ນາ​ໄມ​ໂລກ​ຄັ້ງ​ທີ 71, ທ່ານ ໝ້າ​ສຽວ​ເຫວີຍ ຫົວ​ໜ້າ​ຄະ​ນະ​ກຳ​ມະ​ການສາ​ທາ​ລະ​ນະ​ສຸກ​ແຫ່ງ​ຊາດ​ຈີນ​ກ່າ​ວ​ຢູ່​ນະ​ຄອນ​ເຊີ​ແນວ​ປະ​ເທດ​ສະ​ວິ​ສໃນ​ວັນ​ທີ 20 ພຶດ​ສະ​ພາ​ນີ້ວ່າ, ຈີນ​ໄດ້​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ການ​ຮັບ​ປະ​ກັນ​ສຸ​ຂະ​ພາບ​ຂອງ​ພົນ​ລະ​ເມືອງ,ເພີ່ມ​ທະ​ວີ​ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ,ແລະ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ຄຸ້ມ​ຄອງ​ດ້ານ​ສາ​ທາ​ລະ​ນະ​ສຸກຂອງ​ໂລກ,ເພື່ອ​ປະ​ກອບ​ກຳ​ລັງ​ແລະ​ສະ​ຕິ​ປັນ​ຍາ​ຈີນ​ຕໍ່​ສຸ​ຂະ​ພາບ​ຂອງ​ມວນ​ມະ​ນຸດ.

ທ່ານ ໝ້າ​ສຽວ​ເຫວີຍ ກ່າວ​ໃນ​ກອງ​ປະ​ຊຸມຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​​ດຽວ​ກັນ​ວ່າ, ຈີນ​ໄດ້​ຍົກ​ຂະ​ພາບຈີນ​ເປັນ​ຍຸດ​ທະ​ສາດຂອງ​ປະ​ເທດ ຈັດ​ວາງ​ແລະ​ເປີດ​ເຜີຍ "​ໂຄງ​ຮ່າງແຜນ​ແມ່​ບົດ​ສຸ​ຂະ​ພາບ​ຈີນ 2030" ໂດຍ​ປິ່ນ​ອ້ອມ​ເປົ້າ​ໝາຍ​ທີ່​ກ່ຽວ​ຂ້ອງ​ຂອງວາ​ລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ປີ 2030, ຂະ​ນະ​ດຽວ​ກັ​ນ​ໄດ້​ດຳ​ເນີນ​ການ​ຮ່ວມ​ມືກັບ​ອົງ​ການ​ອະ​ນາ​ໄມ​ໂລກ​ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ອື່ນໆ​ຢ່າງກວ້າງ​ຂວາງ​,ປັບ​ປຸງ​ການ​ຄຸ້ມ​ຄອງ​ດ້ານ​ສາ​ທາ​ລະ​ນະ​ສຸກຂອງ​ໂລກ​ໃຫ້​ດີ​ຂຶ້ນ. ຈີ​ນ​ໃນ​ຖາ​ນະ​ເປັນ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ,ໄດ້​ຄົ້ນ​ຄວ້າ​ແລະ​ມີ​ບົດ​ຮຽນ​ທີ່​ໄດ້​ຜົນ​ໃນ​ການ​ຄຸ້ມ​ຄອງ​ດ້ານ​ສາ​ທາ​ລະ​ນະ​ສຸກໃນ​ຫຼາຍ​ດ້ານ,ແລະ​ໄດ້​ແບ່ງ​ປັນ​ໃຫ້​ປະ​ເທດ​ຕ່າງໆ​ຊົມ​ໃຊ້​ຮ່ວມ​ກັນ​ຢ່າງ​ຕັ້ງ​ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ