ໜອງ​ລວນ​ໜ້ຽວ​ຢູ່​ນິ​ຄົມ​ລ້ຽງ​ມ້າ​ຊ່ານ​ຕ່ານ​ແຂວງ​ກ່ານ​ຊູ້​ກາຍ​ເປັນ​ສະ​ຫວັນ​ຂອງນົກ
2018-05-21 15:55:58  cri 


ພໍ​ຮອດ​ລະ​ດູ​ຮ້ອນ,ຢູ່​ແຄມ​ຝັ່ງ​ໜອງ​ລວນ​ໜ້ຽວ​ຂອງ​ນິ​ຄົມ​ລ້ຽງ​ມ້າ​ຊ່ານ​ຕ່ານເມືອງ​ຈ່າງ​ເຢ້​ແຂວງ​ກ່ານ​ຊູ້, ໄດ້​ມີ​ນົກ​ຈຳ​ນວນ​ຫຼວງ​ຫຼາຍ​ອາ​ໄສ ແລະຫາ​ກິນ​ຢູ່​ແຫ່ງ​ນີ້. ໃນ​ຊຸມ​ປີ​ຜ່ານ​ມາ, ​ນິ​ຄົມ​ລ້ຽງ​ມ້າ​ຊ່ານ​ຕ່ານ​ທີ່​ຕັ້ງ​ຢູ່​ຕີນ​ພູ​ຊີ​ລຽນ​ໄດ້​ເພີ່ມ​ທະ​ວີ​ການ​ອະ​ນຸ​ລັກສິ່ງແວດ​ລ້ອມ​ທຳ​ມະ​ຊາດ,ອອກ​ແຮງ​ພັດ​ທະ​ນາ​ຂະ​ແໜງ​ການ​ກະ​ສິ​ກຳ​ແລະລ້ຽງ​ສັດ​ຊີ​ວະ​ພາບ​,ເພີ່ມ​ທະ​ວີ​ການ​ອະ​ນຸ​ລັກ​ທົ່ງ​ຫຍ້າ​ທຳ​ມະ​ຊາດ​ແລະ​ການ​ກໍ່​ສ້າງ​ໂຄງ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ທີ່​ສຳ​ຄັນ​ແລະ​ໃຫຍ່​ຫຼວງ​ອື່ນໆ,​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ,ແລະໜອງ​ລວນ​ໜ້ຽວ​ໄດ້​ກາຍ​ເປັນ​ສະ​ຫວັນ​ຂອງນົກ.
1  2  3  4  5  6  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ