ຈີນແລະ​ອິ​ສ​ຣາ​ແອນ​ຄົ້ນ​ຄວ້າ​ຊ່ອງ​ທາງ​ການ​ຮ່ວມ​ມື​ອົບ​ຮົມ​ສ້າງ​ບຸກ​ຄະ​ລາ​ກອນ​​ດ້ານການ​ປິ່ນ​ປົວດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່
2018-05-21 16:32:05  cri 
ຕາມ​ຂ່າວCRI: ວັນ​ທີ 19 ພຶດ​ສະ​ພາ​ນີ້, ໂຮງ​ໝໍ​ຊາງ​ເກີ່ງ​ຊິງ​ຮ​ວາ​ປັກ​ກິ່ງ​ທີ່​ຂຶ້ນ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ຊິງ​ຮ​ວາ​ແລະ​ວິ​ທະ​ຍາ​ໄລ Messila ຂອງ​ອິ​ສ​ຣາ​ແອນ​ໄດ້​ຮ່ວມ​ກັນ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ເລັ່ງ​ຄວາມ​ໄວ​ການ​ປະ​ກອບ​ທຸ​ລະ​ກິດ​ກາ​ນ​ປິ່ນ​ປົວ. ໂດຍ​ສອງ​ຝ່າຍ​ຈະ​ຄົ້ນ​ຄວ້າ​ແລະ​ສະ​ແຫວງ​ຫາ​ການ​ຮ່ວມ​ມື​ດ້ານ​ການ​ອົບ​ຮົມ​ສ້າງ​ບຸກ​ຄະ​ລາ​ກອນ​ການ​ປິ່ນ​ປົວ​ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່,​ຮ່ວມ​ກັນ​ອອກ​ແບບ​ຫຼັກ​ສູດ​ປະ​ກອບ​ທຸ​ລະ​ກິດ​ດ້ານ​ຢາ​ປິ່ນ​ປົວ​ພະ​ຍາດ​ແລະ​ວິ​ທີ​ການ​ອື່ນໆ,ສະ​ໜອງ​ການ​ສຶກ​ສາ​ແລະ​ອົບ​ຮົມ​ໃນ​ດ້ານ​ການ​ປະ​ດິດ​ສ້າງ​ໃໝ່​ຊີ​ວະ​ການ​ແພດ, ການ​ວາງ​ແຜນ,ການ​ສ້າງ​ຕັ້ງ,​ຄຸ້ມ​ຄອງ​ແລະ​ເຜີຍ​ແຜ່ໂຄງ​ການ​ປະ​ກອບ​ທຸ​ລະ​ກິດ​ໃຫ້​ແກ່​​ນັກ​ສຶກ​ສາ​​ແພດ​ສາດ,​ຜູ້​ປະ​ກອບ​ການ​ວົງ​ການ​ຮັກ​ສາ​ສຸ​ຂະ​ພາບ​ແລະ​ການ​ປິ່ນ​ປົວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ