ຈັດ​ກິດ​ຈະ​ກຳວັນ​ພິນ​ບູ​ຮານ​ຈີນ
2018-05-21 17:22:00  cri 


ວັນ​ທີ 20 ພຶດ​ສະ​ພາ​ນີ້, ​ຢູ່​ເມືອງ​ຊ້າງ​ຢາວ​ແຂວງ​ຈ່ຽງ​ຊີ່ໄດ້​ຈັດ​ກິດ​ຈະ​ກຳ​ສະ​ຫຼອງວັນ​ພິນ​ບູ​ຮານ​ຈີນ ໂດຍ​ສູນ​ກິດ​ຈະ​ກຳ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ຂອງ​ເມືອງ​ດັ່ງ​ກ່າວ​​ໄດ້​ຈັດ​ຕັ້ງ​ຜູ້​ມັກ​ຫຼິ້ນ​ພິນ​ບູ​ຮານເກືອບ 100 ຄົນ​ຫຼິ້ນ​ພິນ​ບູ​ຮານ​ໃນ​ສວນ​ວັດ​ທະ​ນະ​ທຳ​ຊິ່ນ​ຊີ້​ຈີ. ວັນ​ດັ່ງ​ກ່າວ​ແມ່ນ​ວັນ​ພິນ​ບູ​ຮານ​ຈີນ​ຄັ້ງ​ທີ 2, ໄດ້​ມີ​ຫຼາຍ​ໝື່ນ​ຄົນ​ຈາກ​ທົ່ວ​ປະ​ເທດ​ຫຼິ້ນ​​ດົນ​ຕີ "ຢູ​ໂຈ່ວ​ຊ້າງ​ຫວັນ" ​ຫຼື​ເຮືອ​ປະ​ມົງ​ຍາມ​ແລງ ໂດຍ​ມີ​ຈຸດ​ປະ​ສົງ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ພິນ​ບູ​ຮານ​ຂອງ​ຈີນ,ເຮັດ​ໃຫ້​ປະ​ຊາ​ຊົນ​ຮູ້​ແລະ​ສຳ​ຜັດ​ກັບ​ພິນ​ບູ​ຮານ​ໃຫ້​ຫຼາຍກວ່າ​ເກົ່າ ເພື່ອ​ດຶງ​ດູດ​ທຸກ​ຄົນ​ໃຫ້​ມັກ​ແລະ​ຮຽນ​ດີດ​ພິນ​ບູ​ຮານ ແລະເສີມ​ຂະ​ຫຍາຍ​ຫົວ​ກະ​ທິ​ຂອງວັດ​ທະ​ນະ​ທຳ​ທີ່​ດີ​ເດັ່ນ​ຂອງ​ຈີນ.
1  2  3  4  5  6  7  8  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ