ສື່ມວນ​ຊົນ​ອາ​ເມ​ລິ​ກາ​ເອົາ​ໃຈ​ໃສ່​ຢ່າງ​ສູງ​ຕໍ່​ຜົນ​ການ​ປຶກ​ສາ​ຫາ​ລື​ເສ​ດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ-ອາ​ເມ​ລິ​ກາ
2018-05-21 16:20:34  cri 
ຕາມ​ຂ່າວ CRI: ວັນ​ທີ 17-18 ພຶດ​ສະ​ພາ​ນີ້, ທ່ານ​ຫຼິວ​ເຮີ້ ທູດ​ພິ​ເສດ​ຂອງ​ທ່ານ ປະ​ທານ​ສີ​ຈິ້ນ​ຜິງ, ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຝ່າຍ​ຈີນ​ຂອງ​ການ​ເຈ​ລະ​ຈາ​ເສດ​ຖະ​ກິດ​ຮອບ​ດ້ານ​ລະ​ຫວ່າງ​ຈີນ-ອາ​ເມ​ລິ​ກາ​ພ້ອມ​ດ້ວຍ​ຄະ​ນະ​ໄດ້​ປຶກ​ສາ​ຫາ​ລື​ຢ່າງ​ສ້າງ​ສັນ​ກ່ຽວ​ກັບ​ບັນ​ຫາ​ການ​ຄ້າກັບ​ຄະ​ນະ​ຜູ້​ແທນ​ອາ​ເມ​ລິ​ກາ​ທີ່​ປະ​ກອບ​ດ້ວຍ​ທ່ານ ສະ​​ຕີ​ເວັນ ມູ​ນູ​ຊີນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ອາ​ເມ​ລິ​ກາ, ທ່ານ​​ວີວ​ເບີ ໂຣ​ສ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ອາ​ເມ​ລິ​ກາ, ທ່ານ​ໂຣ​​ເບີດ ໄລ​ທ​ທີ​ເຈີ ຜູ້​ຕາງ​ໜ້າ​ການ​ຄ້າ​ອາ​ເມ​ລິ​ກາ​ແລະ​​ຜູ້ອື່ນໆ​ຢູ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ​ສະ​ຫະ​ລັດ​ອາ​ເມ​ລິ​ກາ. ສື່ມວນ​ຊົນ​ອາ​ເມ​ລິ​ກາ​ໄດ້​ເອົາ​ໃຈ​ໃສ່​ຢ່າງ​ສູງ​ຕໍ່​ເລື່ອງ​ນີ້.

ສື່ມວ​ນ​ຊົນຫຼັກ​ຂອ​ງ​ອາ​ເມ​ລິ​ກາ​​ໄດ້ລາຍ​ງານ​ຂ່າວ​ກ່ຽວ​ກັບ​ການ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ທີ່​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ໃນ​ວັນ​ທີ 19 ພຶດ​ສະ​ພາ​ນີ້. CNN ຂອງ​ອາ​ເມ​ລິ​ກາ​ລາຍ​ງານ​ວ່າ, ໂດຍ​ຜ່ານ​ສະ​ຖາ​ນະ​ການ​ເຄັ່ງ​ຕຶງ​ທີ່​ດຳ​ເນີນ​ເປັນ​ໄລ​ຍະ​ຫຼາຍ​ອາ​ທິດ, ສອງ​ປະ​ເທດ​ໄດ້​ບັນ​ລຸ​ສັນ​ຍາ​ການ​ຄ້າ​ເບື້ອງ​ຕົ້ນ. ເວັບ​ໄຊ​ຂອງ​ໜັງ​ສື​ພິມ "ນິວຢອກ​ທາມ​ສ໌" ​ລາຍ​ງານ​​ວ່າ, ໄລ​ຍະ​ນີ້ອາ​ເມ​ລິ​ກາ​ແລະ​ຈີນ​ລ້ວນ​ແຕ່​ຜ່ອນ​ສັ້ນ​ຜ່ອນ​ຍາວ​ເພື່ອ​ຜ່ອນ​ຄາຍ​ສະ​ຖາ​ນະ​ການ​ເຄັ່ງ​ຕຶງ​ດ້ານ​ການ​ຄ້າ, ສອງ​ປະ​ເທດ​ລ້ວນ​ແຕ່​ກ່າວ​ວ່າ​ການ​ປຶກ​ສາ​ຫາ​ລື​ການ​ຄ້າ​ໄດ້​ຮັບ​ຜົນ​ສຳ​ເລັດ, ສ່ວນ​ລາຍ​ລະ​ອຽດ​ຕ່າງໆ​ຕ້ອງໄດ້​ປຶກ​ສາ​ຫາ​ລື​ຕື່ມ​ອີກ.CNBC ເຊິ່ງ​ເປັນ​ສື່ມວນ​ຊົນ​ເສດ​ຖະ​ກິດ​ການ​ເງິນ​ອາ​ເມ​ລິ​ກາ​ລາຍ​ງານ​ໃນ​ວັນ​ທີ 19 ພຶດ​ສະ​ພາ​ນີ້​ວ່າ, ຍ້ອນ​ເປັນ​ຫ່ວງວ່າ​ສົງ​ຄາມ​ການ​ຄ້າ​ໂລກ​ແລະ​ສະ​ຖາ​ນະ​ການ​ຮຸນ​ແຮງລະ​ຫວ່າງ​ສອງ​ກຸ່ມ​ເສດ​ຖະ​ກິດ​ໃຫຍ່​ຂອງ​ໂລກ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ​ອີກ, ຈີນ​ແລະ​ອາ​ເມ​ລິ​ກາ​ຈຶ່ງ​ໄດ້​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ວຍ​ການ​ປຶກ​ສາ​ຫາ​ລື​ສອງ​ຝ່າຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ