ຈັດ​ກອ​ງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ພັດ​ທະ​ນາ​ສິນ​ເຊື່ອ​ຂອງວິ​ສາ​ຫະ​ກິດ​ຈີນ 2018 ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ
2018-05-21 17:08:49  cri 
 ຕາມ​ຂ່າວ CRI: ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ການ​ຄ້​າ​ຮ່ວມ​ມື​ຈີນ, ສະ​ຖາ​ບັນຄົ້ນ​ຄວ້າ​ການ​ປະ​ຕິຮູບ​ແລະ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ຈີນໄດ້​ຮ່ວມ​ກັນ​ຈັດ "ກອງປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ພັດ​ທະ​ນາ​ສິນ​ເຊື່ອວິ​ສາ​ຫະ​ກິດ​ຈີນ 2018 ​​ພິ​ທີ​ສາ​ທາ​ລະ​ນະ​ປະ​ໂຫຍດ​ສິນ​ເຊື່ອ​ຄັ້ງ​ທີ 9" ໃນ​ວັນ​ທີ 19 ພຶດ​ສະ​ພ​າ​ນີ້. ຫົວ​ໜ້າ​, ຜູ້​ຊ່ຽວ​ຊານ​ທີ່​ກ່ຽວ​ຂ້ອງ, ຜູ້​ຕາງ​ໜ້າ​ຈາກວິ​ສາ​ຫະ​ກິດຂອງ​ຈີນ, ແລະ​ຜູ້​ຕາງ​ໜ້າ​ນັກ​ທຸ​ລະ​ກິດ 300 ກວ່າ​ທ່ານ​ເຂົ້າ​ຮ່ວມ.

ກອງ​ປະ​ຊຸມ​ດັ່ງ​ກ່າວ​ໄດ້​ເນັ້ນ​ຫົວ​ຂໍ້ "ຄວາມ​ຊື່​ສັດ, ເປີດ​ປະ​ຕູ​ແລະ​ການ​ພັດ​ທະ​ນາ", ຜູ້​ຕາງ​ໜ້າ​ຕ່າງໆ​ໄດ້​ລົງ​ເລິກວິ​ເຄາະສະ​ພາບໃໝ່, ທ່າ​ອຽງ​ໃໝ່​ແລະ​ນະ​ໂຍ​ບາຍ​ໃໝ່​ດ້ານເສດ​ຖະ​ກິດ​ຂອງ​ຈີນ​ແລະ​ຕ່າງ​ປະ​ເທດ, ຄົ້ນ​ຄວ້າ​ປຶກ​ສາ​ຫາ​ລື​ການສ້າງ​ລະ​ບົບ​ສົ່ງ​ເສີມ​ຄວາມ​ຊື່​ສັດ​ແລະ​ການ​ລົງ​ໂທດ​ຕໍ່​ການ​ກະ​ທຳ​​ທີ່​ບໍ່ຊື່​ສັດ, ສຸມ​ໃສ່​ບັນ​ຫາ​ກາ​ນ​ພັດ​ທະ​ນາ​​ຢ່າງ​ມີຄວາມ​ຊື່​ສັດ​ຂອງວິ​ສາ​ຫະ​ກິດ, ແລະ​ລົງ​ເລິກ​ແລ​ກ​ປ່ຽນ​ແລະ​ຄົ້ນ​ຄວ້າ​ປຶກ​ສາ​ຫາ​ລື​ກັບ​ນັກ​ທຸ​ລະ​ກິດ, ຜູ້​ຊ່ຽວ​ຊານ​​ອາ​ວຸ​ໂສແລະ​ນັກ​ວິ​ຊາ​ການ​ທີ່​ມີ​ຊື່​ສຽງ​ໂດ່ງ​ດັງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ