ວັນທີ 20 ພຶດສະພານີ້, ທ່ານສະຕີເວັນມູ ນູຊີນ ລັດຖະມົນຕີກະຊວງການເງິນອາເມລິກາກ່າວວ່າ: ອາເມລິກາ ແລະຈີນໄດ້ບັນລຸສັນຍາກ່ຽວກັບຂອບການຄ້າ ແລະເຫັນດີຢຸດຕິສົງຄາມການຄ້າ.
ທ່ານໄດ້ໃຫ້ສຳພາດຕໍ່ Fox TV ວ່າ: ການປຶກສາຫາລືເສດຖະກິດການຄ້າລະຫວ່າງອາເມລິກາ ແລະຈີນໄດ້ຮັບຜົນຄືບໜ້າທີ່ມີຄວາມໝາຍສຳຄັນ, ແລະສອງຝ່າຍເຫັນດີຈະສືບຕໍ່ຮັກສາການປຶກສາຫາລືກ່ຽວກັບບັນຫາເສດຖະກິດການຄ້າ.