ກອງປະຊຸມ​ຫົວ​ຂໍ້​ສະ​ເພາະ​ການ​ປຶກສາ​ຫາລື​ຂັ້ນ​ສູງ​ລະຫວ່າງ​ພັກ​ກອມ​ມູນິດ​ຈີນ ​ແລະ​ພັກ​ກາ​ນ​ເມືອງ​ໃນ​ໂລກ​ຈະ​ຈັດ​ຂຶ້ນ​ຢູ່​ນ​ະຄອນ​ເຊີ່ນ​ເຈີ້ນ
2018-05-21 16:38:00  cri 
ກອງ​ປະຊຸມ​ຫົວຂໍ້​ສະ​ເພາະ​ການປຶກສາ​ຫາລື​ຂັ້ນ​ສູງລະຫວ່າງພັກ​ກອມ​ມູນິດ​ຈີນ ​ແລະ​ພັກ​ການ​ເມືອງ​ໃນ​ໂລກ​​ໂດຍ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ເປັນ​ເຈົ້າພາບ​ຈະ​ຈັດ​ຂຶ້ນ​ຢູ່​ນະຄອນ​ເຊີ່ນ​ເຈີ້ນ​ແຂວງ​ກວາງຕຸ່ງ​ແຕ່ວັນ​ທີ 26 ຫາ​ວັນ​ທີ 28 ພຶ​ດສະພາ​ນີ້ ​ເຊິ່ງຈະກວມ​ເອົາ​ກອງ​ປະຊຸມ​ໂຄສະ​ນາ​ເຜີີຍ​ແຜ່​ໃນ​ຫົວ​ຂໍ້ "​ເລື່ອງລາວ​ພັກ​ກອມ​ມູນິດ​ຈີນ: ການຈັດ​ຕັ້ງ​ປະຕິບັດຕົວຈິງ​ຂອງ​ແນວ​ຄິດສີ​ຈິ້ນ​ຜິ​ງ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດຂອງ​ຈີນ​ໃນ​ຍຸກ​ສະ​​​ໄໝ​ໃໝ່​ຢູ່​ກວາງ​ຕຸ່ງ", ກອງ​ປະຊຸມ​ສຳ​ມະ​ນາ​ຫົວ​ຂໍ້​ລະນຶກ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ທ່ານ​ການກ​ມາກ​ຄົບຮອບ 200 ປີ, ​ເວທີ​ປຶກສາ​ຫາລື​ຜູ້ນຳ​ຊາວ​ໜຸ່ມ​ຈີນ-ອາ​ຟຣິກາ​ຄັ້ງ​ທີ 4 ​ແລະ​ເວທີ​ປຶກສາ​ຫາລື​ພັກ​ການ​ເມືອງ​ຈີນ-ອາ​ເມ​ລິ​ກາ​ລາ​ຕິນຄັ້ງທີ 2.

​ໃນ​ໄລຍະ​ດຽວ​ກັນ, ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນຍັງ​ຈະ​ຈັດ​ເວທີ​ປຶກສາ​ຫາລື​ພັກ​ການ​ເມືອງ​ອົງການ​ຮ່ວມ​ມື​ຊຽງ​ໄຮ​ຄັ້ງ​ທຳ​ອິດ​ຢູ່​ນະຄອນ​ເຊີ່ນ​ເຈີ້​ນອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ