ກອງປະຊຸມອະນຸລັກສິ່ງແວດລ້ອມທຳມະຊາດທົ່ວປະເທດຈີນ ໄດ້ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງແຕ່ວັນທີ 18-19 ພຶດສະພານີ້. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ, ປະທານປະເທດ, ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ກ່າວປາໄສສຳຄັນ ໂດຍກ່າວວ່າ, ຕ້ອງປະສານສົມທົບການພັດທະນາເສດຖະກິດສັງຄົມກັບການສ້າງອາລະຍະທຳທາງນິເວດໃຫ້ເປັນເອກະພາບກັນຢ່າງຕື່ນຕົວ, ເສີມຂະຫຍາຍການນຳພາຂອງພັກແລະທ່າແຮງດ້ານການເມືອງທີ່ສາມາດໂຮມສູນກຳລັງເຮັດວຽກໃຫຍ່ຂອງລະບອບສັງຄົມນິຍົມຈີນຢ່າງເຕັມທີ່, ນຳໃຊ້ພື້ນຖານດ້ານວັດຖຸອັນໝັ້ນຄົງທີ່ໄດ້ຮັບຈາກການປະຕິຮູບແລະໄຂປະຕູສູ່ພາຍນອກເປັນເວລາ 40 ປີມານີ້ຢ່າງເຕັມສ່ວນ, ເພີ່ມຄວາມແຮງໃນການຊຸກຍູ້ການສ້າງອາລະຍະທຳທາງນິເວດ, ແກ້ໄຂບັນຫາສິ່ງແວດລ້ອມທຳຊາດ, ແກ້ໄຂບັນຫາມົນລະພິດ ແລະຊຸກຍູ້ການສ້າງອາລະຍະທຳທາງນິເວດຂອງຈີນໃຫ້ຂຶ້ນສູ່ລະດັບໃໝ່.
ທ່ານ ຈອນ ຄົບ ສະມາຊິກສະຖາບັນວິທະຍາສາດສັງຄົມແຫ່ງຊາດອາເມລິກາທີ່ມີອາຍຸ 93 ປີ ມີຄວາມເຫັນດີເຫັນພ້ອມຕໍ່ຄຳປາໄສຂອງທ່ານ ສີຈິ້ນຜິງ ໂດຍກ່າວວ່າ, ຖ້າຢາກຈະພັດທະນາ ຕ້ອງພິຈາລະນາເຖິງອະນາຄົດແລະຄວາມສຸກຂອງປະຊາຊົນທຸກຖ້ວນໜ້າເປັນເວລາຍາວນານ, ແລະບໍ່ຄວນຫາຜົນຊົ່ວຄາວ, ທັງນີ້ກໍແມ່ນທັດສະນະການພັດທະນາອາລະຍະທຳທາງນິເວດຂອງທ່ານ ສີຈິ້ນຜິງ, ແລະກໍແມ່ນສາເຫດສຳຄັນທີ່ຂ້າພະເຈົ້າມີຄວາມຫວັງຫຼາຍຕໍ່ການພັດທະນາອາລະຍະທຳທາງນິເວດຂອງຈີນ."
ທ່ານ ມີແຊວ ກຣິນສະຕອນ ນັກເສດຖະສາດຂອງສະຖາບັນຄົ້ນຄວ້ານະໂຍບາຍພະລັງງານຂອງມະຫາວິທະຍາໄລຊີຄາໂກອາເມລິກາ ໄດ້ໃຫ້ສຳພາດຕໍ່ນັກຂ່າວຊິນຮວາວ່າ, ໃນ 5 ປີຜ່ານມາ, ຈີນໄດ້ຮັບຄວາມຄືບໜ້າທີ່ບໍ່ເຄີຍໄດ້ຮັບມາກ່ອນໃນດ້ານການແກ້ໄຂມົນລະພິດທາງອາກາດ, ລະດັບມົນລະພິດທີ່ສາມາດເຂົ້າສູ່ຮ່າງກາຍນັ້ນ ໄດ້ຫຼຸດໜ້ອຍລົງຢ່າງພົ້ນເດັ່ນ ເຊິ່ງເຮັດໃຫ້ປະຊາຊົນດຳລົງຊີວິດໃນສິ່ງແວດລ້ອມທີ່ສະອາດກວ່າເກົ່າ. ຈີນຍັງຈະສືບຕໍ່ຫຼຸດຜ່ອນມົນລະພິດທາງອາກາດໃນຂະນະທີ່ຮັບປະກັນການພັດທະນາເສດຖະກິດຢ່າງປອດໄສ.
ທ່ານ ວາງຊິນເຊ ຫົວໜ້ານັກຄົ້ນຄວ້າຂອງສະຖາບັນຄົ້ນຄວ້າສິ່ງແວດລ້ອມແຫ່ງຊາດຍີ່ປຸ່ນ ໃຫ້ສຳພາດຕໍ່ນັກຂ່າວຊິນຮວາວ່າ, ນັບແຕ່ກອງປະຊຸມໃຫຍ່ພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ, ຈີນໄດ້ຮັບຜົນງານຢ່າງຫຼວງຫຼາຍໃນການສ້າງອາລະຍະທຳທາງນິເວດແລະການອະນຸລັກສິ່ງແລດລ້ອມ, ຄຸນນະພາບຂອງອາກາດແລະນ້ຳຢູ່ເຂດຈຸດໜັກ ໄດ້ຮັບການແກ້ໄຂໃຫ້ດີຂຶ້ນຢ່າງພົ້ນເດັ່ນ, ການນຳເຂົ້າຂີ້ເຫຍື້ອຈາກຕ່າງປະເທດນັ້ນ ກໍໄດ້ຖືກສະກັດກັ້ນຢ່າງບັງເກີດຜົນ.