ທີ່​ປຶກສາ​ແຫ່ງລັດ​ຈີນ​ພົບ​ປະ​ກັບ​ຫົວໜ້າ​ຄະນະ​ຜູ້​ແທນ 6 ປະ​ເທດ​ສະມາຊິກ​ອົງການ​ຮ່ວມ​ມື​ຊຽງ​ໄຮ
2018-05-22 15:54:49  cri 

ວັນ​ທີ 21 ພຶດສະພາ​ນີ້ ຢູ່​ນະຄອນຫຼວງປັກ​ກິ່ງ, ທ່ານ​ຈ້າວ​ເຄີ້ຈື້ ທີ່​ປຶກສາ​ແຫ່ງ​ລັດ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຈີນ ​ໄດ້​ພົບ​ປະ​ກັບ​ທ່ານ​ດາ​ເມຍ ຊາກິນ​ບາ​ເຢຟ ​ເລຂາທິການ​ໃຫຍ່ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ກຽກກິ​ສະຖານ, ທ່ານ​ວິກຕໍ ມັກ​ມູດົຟ ​ເລຂາທິການ​ໃຫຍ່​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດອຸສ​ເບ​ກິ​ສະຖານ, ທ່ານ​ກາ​ຮາຣົຟ ​ເລຂາທິການ​ໃຫຍ່​ສະພາ​ຄວາມ​ໝັ້ນຄົງ​​ແຫ່ງ​ຊາດຕາ​ຈີ​ກີ​ສະຖານ, ທ່ານ​ນູ​ເລນ ​ເຢີ​ເມັກ​ບາ​ເຢຟ ​ຜູ້​ຊ່ວຍ​ປະທານາທິບໍດີ ທັງ​ເປັນເລຂາທິການ​ໃຫຍ່ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ກາ​ຊັກ​ສະຖານ, ທ່ານ​ນາ​ເຊຍ ຄັນ ​ເຈນ​ຈົວ ທີ່​ປຶກສາ​​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ນາຍົກລັດຖະມົນຕີປາກິສຖານ ​ແລະ ທ່ານຣາຈິນ​ເດີ ຄານາ ຮອງທີ່​ປຶກສາ​ຄວາມໝັ້ນຄົງ​ແຫ່ງ​ຊາດອິນ​ເດຍ ​ໂອກາດ​ເດີນທາງ​ໄປ​ຈີນ​ເພື່ອ​ເຂົ້າຮ່ວມ​ກອງ​ປະຊຸມ​ເລຂາທິການ​ໃຫຍ່​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ອົງການ​ຮ່ວມ​ມື​ຊຽງ​ໄຮຄັ້ວທີ 13.

ທ່ານ​ຈ້າວ​ເຄີ້ຈື້ ກ່າວ​ວ່າ: ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູນິດ​ຈີນ​ຄັ້ງທີ 19 ​ແລະ ກອງ​ປະຊຸມ "ສອງ​ສະພາ" ຂອງ​ຈີນ ​ໄດ້​ກຳນົດ​ເອົາ​ແນວ​ຄິດ​ສີ​ຈິ້ນ​ຜິ​ງກ່ຽວ​ກັບ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິ​ເສດ​ຂອງ​ຈີນ​ໃ​ນຍຸກ​ໃໝ່ ​ເປັນ​ແນວ​ຄິດ​ຊີ້​ນຳ​ທີ່​ຍຶດໝັ້ນ​ໃນ​ໄລຍະ​ຍາວ​ນານ ​ໄດ້​ວາດ​ມະ​ໂນພາບ​ໃໝ່​​ການ​ພັດທະນາຂອງ​ຈີນ ​ແລະ​ກໍ​ໄດ້​ທຸ່ມ​ເທ​ພະລັງ​ຊຸກ​ດັນ​ໃໝ່​ເພື່ອ​ພັ​ດທະ​ນາ​ການ​ພົວພັນ​ລະຫວ່າງ​ປະ​ເທດ​ສະມາຊິກ​ອົງການ​ຮ່ວມ​ມື​ຊຽງ​ໄຮ. ຈີນ​ຈະ​ຍຶດໝັ້ນທັດສະນະ​ຂອງ​ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ ກ່ຽວ​ກັບ​ການ​ສ້າງ​ການ​ພົວພັນ​ສາກົນ​​ແບບ​ໃໝ່ ​ແລະ​ການ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​​ມວນ​ມະນຸດ ລົງ​ເລິກ​ການ​ຮ່ວມ​ມືທີ່​ແທ້​ຈິງກັບ​ບັນດາ​ປະ​ເທດ​ສະມາຊິກ​ໃນ​ຂົງ​ເຂດຕ່າງໆ ລວມທັງຂົງ​ເຂດ​ການ​ປະຕິບັດກົດໝາຍ ​ແລະ​ຄວາມ​ໝັ້ນຄົງ ພະຍາຍາມ​​ເຮັດວຽກ​ງານກະກຽມ​ຕ່າງໆ​ໃຫ້​ແກ່​ກອງ​ປະຊຸມ​ສຸດ​ຍອດ​ອົງການ​ຮ່ວມ​ມື​ຊຽງ​ໄຮ​ທີ່​ຊິ່ງຕາວ ​ແລະ​ຊຸກຍູ້​ອົງການ​ຮ່ວມ​ມື​ຊຽງ​ໄຮ​ໃຫ້​ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ