ໄຂ​ກອງ​ປະຊຸມ​ໃຫຍ່ WHO ຄັ້ງທີ 17
2018-05-22 15:57:21  cri 

ກອງ​ປະຊຸມ​​ໃຫຍ່ອົງການ​ອະນາ​ໄມ​ໂລກ ຫຼື WHO ຄັ້ງທີ 17 ​ໄດ້​ໄຂ​ຂຶ້ນຢູ່​ທີ່​ເຊີ​ແນວ ປະ​ເທດ​ສະ​ວິສ​ໃນ​ວັນ​ທີ 21 ພຶດສະພາ​ນີ້ ​ແລະທ່ານ​ເຕ​ໂດຣສ ອັດ​ຮາ​ນອມ ​ເກ​ເບຣ​ເຢຊຸ​ສ ຜູ້ອຳນວຍການ​ໃຫຍ່ WHO ​ໄດ້​ສະ​ເໜີ "​ແຜນການ​ລວມ​ວຽກງານ​ອົງການ​ອະນາ​ໄມ​ໂລກ​ສະບັບ​ທີ 13" ​ໂດຍ​ພະຍາຍາມ​ຈະ​ບັນລຸ​ເປົ້າໝາຍ "ໜຶ່ງ​ຕື້ 3 ປະການ" ພາຍ​ໃນ​ເວລາ 5 ປີ​ຕໍ່ໜ້າ​ນີ້. ທ່ານ​ມ໊າສຽວ​ເຫ​ວິ​ຍ ປະທານ​ຄະນະ​ກຳມະການ​ສາທາລະນະ​ສຸກແຫ່ງ​ຊາດ​ຈີນ​ໄດ້​ນຳພາ​ຄະນະ​ຜູ້​ແທນ​ເຂົ້າຮ່ວມ​ກອງ​ປະຊຸມ​ດັ່ງກ່າວ.

ກອງ​ປະຊຸມ​ໃຫຍ່ WHO ​ແມ່ນ​ກອງ​ປະຊຸມ​ປະຈຳ​ປີ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ອົງການ​ດັ່ງກ່າວ ​​ແລະ​ໃນ​ກອງ​ປະຊຸມ​ເທື່ອ​ນີ້, ​ຜູ້​ແທນຈາກ 194 ປະ​ເທດ​ ​ແລະ​ເຂດ​ແຄວ້ນ​ທີ່​ເປັນ​ສະມາຊິກ​ຂອງ WHO ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ຈະ​ປຶກສາຫາລື​ຫົວ​ຂໍ້ຈຸດ​ສຸມ​ຕ່າງໆທີ່​ກ່ຽວຂ້ອງ​ກັບ​ວຽກ​ງານສາທາລະນະ​ສຸກ​ທົ່ວ​ໂລກ ​ລວມທັງ"​ແຜນການ​ລວມ​ວຽກງານ​ອົງການ​ອະນາ​ໄມ​ໂລກ​ສະບັບ​ທີ 13" ພາຍ​ໃນ​ເວລາ 6 ວັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ