ຈີນ​ຈະ​ສືບ​ຕໍ່​ສຸມ​ໃສ່​ປົກ​ປັກ​ຮັກ​ສາ​ແລະ​ປະ​ຕິ​ບັດ​ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄ​ລຍ​ອີ​ຣານ
2018-05-22 11:43:08  cri 
ຕາມ​ຂ່າວCRI: ວັນ​ທີ 21 ພຶດ​ສະ​ພາ​ນີ້, ທ່ານ ລູ້​ຄ່າງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຢືນ​ຢັນ​ວ່າ, ຈີນ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄ​ລຍ​ອີ​ຣານ.

ຂ່າວ​ແຈ້ງວ່າ, ອີ​ຣານ,ຈີນ,ຣັດ​ເຊຍ,ຝ​ຣັ່ງ,ເຢຍ​ລ​ະ​ມັນແລະ​ອັງ​ກິດ​ຈະ​ຈັດ​ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄ​ລຍ​ອີ​ຣານໃນ​ວັນ​ທີ 25 ພຶດ​ສະ​ພາ​ນີ້. ທ່ານ ຊີ​ເຢັດ ອັບ​ບັ​ສ ອາ​ຣັກ​ຊີ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ​ກ່າວ​ວ່າ, ກອງ​ປະ​ຊຸມ​ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຜົນ​ກະ​ທົບ​ທີ່ອາ​ເມ​ລິ​ກາ​ຖອນ​ອອກ​ຈາກ​ສັນ​​ຍາ​ແລະ​ຝ່າຍ​ຕ່າງ​ໆ​ທີ່​ເຫຼືອ​ນັ້ນ​ຈະ​ສືບ​ຕໍ່​ປະ​ຕິ​ບັດ​ສັນ​ຍາ​ແນວ​ໃດ.ທ່ານ ລູ້​ຄ່າງ ​ກ່າວ​ວ່າ:"ສະ​ຫະ​ພາບ​ເອີ​ຣົບ​ໃນ​ຖາ​ນະ​ເປັນ​ຜູ້​ປະ​ສານ​ງານ​ໃນ​ການ​ປະ​ຕິ​ບັດ​ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄ​ລຍ​ອີ​ຣານ,ພວມ​ປະ​ສານ​ງານ​ອີ​ຣານ,ຈີນ,ຣັດ​ເຊຍ,ຝ​ຣັ່ງ,ເຢ​ຍ​ລະ​ມັນ​ແລະ​ອັງ​ກິດ​ໃຫ້​ຈັດ​ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ກາ​ນ​ປະ​ສົມ​ຢູ່​ນະ​ຄອນ​ຫຼວງວຽນ​ປະ​ເທດ​ໂອ​ຕຼິ​ສ​ໃນ​ວັນ​ທີ 25 ພຶ​ດ​ສະ​ພາ​ນີ້,ໂດຍ​ຈະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ໃນ​ການ​ປະ​ຕິ​ບັດ​ສັນ​ຍາ​ຮອບ​ດ້ານ. ຈີນ​ຈະ​ສືບ​ຕໍ່​ສຸມ​ໃສ່​ປົກ​ປັກ​ຮັກ​ສາ​ແລະ​ປະ​ຕິ​ບັດ​ສັນ​ຍາ​ດັ່ງ​ກ່າວ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ