ຄະ​ນະ​ຜູ້​ແທນ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນຢ້ຽມ​ຢາມ​ບັງ​​ກະ​ລາ​ເດັດ,ລາວ​ແລະ​ມຽນ​ມາ
2018-05-22 17:03:19  cri 
ຕາມ​ຂ່າວCRI: ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ບັງ​ກະລາ​ເດັດ,ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ລາວ​ສ້າ​ງຊາດ​ຂອງລາວ​ແລະ​ລັດ​ຖະ​ສະ​ພາ​ມຽນ​ມາ, ທ່ານ ວາງເຈີ້ງ​ເຫວີຍ, ຮອງ​ປະ​ທານ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ພ້ອມ​ດ້ວຍ​ຄະ​ນະ​ໄດ້​ຢ້ຽມ​ຢາມ 3 ປະ​ເທດ​ດັ່ງ​ກ່າວ​ໃນ​ວັນ​ທີ 13 ຫາ​ວັນ​ທີ 22 ພຶ​ດ​ສະ​ພາ​ນີ້.

​ໃນ​ໄລ​ຍະ​ຢ້ຽມ​ຢາມ, ທ່ານ ວາງ​ເຈີ້ງ​ເຫວີຍ ໄດ້​ແຈ້ງ​ໃຫ້​ການ​ນຳ 3 ປະ​ເທດ​ຮັບ​ຮູ້​ກ່ຽວ​ກັບ​ແນວ​ຄິດ​ ສີ​ຈິ້ນ​ຜິງ ກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່, ລະ​ບອບ​ຫຼາຍ​ພັກ​ຮ່ວມ​ມື​ກັນ​ແລະ​ປຶກ​ສາ​ການ​ເມືອງ​ທີ່​ນຳ​ພາ​ໂດຍ​ພັກ​ກອມ​ມູ​ນິດ​ຈີນ ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ແລະ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດຈີນໃນ​ປີ​ນີ້​ແລະ​ສະ​ພາບ​ການ​ອື່ນໆ,ແລະໄດ້​ລົງ​ເລິກ​ແລກ​ປ່ຽນນ​ຄຳ​ຄິດ​ເຫັນກັບການນຳ 3 ປະ​ເທດ​ກ່ຽວ​ກັບ​ການ​ພົວ​ພັນ​ສອງ​ຝ່າຍ,ການ​ຮ່ວມ​ກັນ​ຊຸກ​ຍູ້​ການ​ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ແລະ​ຫົ​ວ​ຂໍ້​ອື່ນໆ​.

ຜູ້​ນຳ 3 ປະ​ເທດ​ໄດ້​ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ​ຕໍ່​ການ​ພົວ​ພັນ​ສອງ​ຝ່າຍ,ແລະ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ຕໍ່​ຜົນ​ສຳ​ເລັດ​ທີ່​ໄດ້​ຮັບ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ຈີນ​ແລະ​ບົດ​ບາດ​ທີ່​ສຳ​ຄັນ​ໃນ​ດ້ານ​ວຽກ​ງານ​ສາ​ກົນ​,ຜູ້​ນຳ​ຂອງ 3 ປະ​ເທດລ້ວນ​ແຕ່​​ຍິນ​ດີ​ຖອດ​ຖອນ​ບົດ​ຮຽນ​ດ້ານ​ການບໍ​ລິ​ຫານ​ແລະ​ການ​ປົກ​ຄອງ​ປະ​ເທດ​​ຂອງ​ຈີນ, ສະ​ໜັບ​ສະ​ໜູນ​ແລະ​ເຂົ້າ​ຮ່ວມ​ການ​ສ້າງ"ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"​ຢ່າງ​ຕັ້ງ​ໜ້າ,ເປີດກວ້າ​ງ​ການ​ຮ່ວມ​ມື​ທີ່​ແທ້​ຈິງ​ໃນ​ຂົງ​ເຂດ​ຕ່າງໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ