ທ່ານ​ຫວາງ​ຢີ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ກຸ່ມ 20 ປະ​ເທດ
2018-05-22 16:56:57  cri 

ຕາມ​ຂ່າວ CRI: ວັນ​ທີ 21 ພຶດ​ສະ​ພາ​ນີ້, ທ່ານ​ຫວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປ​ະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດຂອງ​ກຸ່ມ 20 ປະ​ເທດ​ຫຼື G20 ຢູ່ນະ​ຄອນ​ຫຼວງບູນົສ​ໄອ​ເຣັດສ໌ປະ​ເທດ​ອາກ​ຊັງ​ຕິນ.

ທ່ານ​ຫວາງ​ຢີ້​ກ່າວ​ວ່າ, ການ​​ສ້າງ​ຕັ້ງ​ຂຶ້ນ​ແລະ​ພັດ​ທະ​ນາ G20, ແມ່ນ​​ການສ່ອງ​ແສງ​ໃຫ້​ເຫັນ​ອີກ​ຄັ້ງ​ໃໝ່​ຂອງ​ລັດ​ທິ​ຫຼາຍ​ຝ່າຍ​ແລະຄວາມ​ຄືບ​ໜ້າ​ສຳ​ຄັນ​ຂອງ​ການ​ປະ​ຕິ​ຮູບ​ດ້ານ​ການ​ຄຸ້ມ​ຄອງທົ່ວ​ໂລກ. ໃນ​ໂອ​ກາດ​ເລີ່ມ​ປະ​ຕິ​ບັດ​ກົນ​ໄກ​ກອງ​ປະ​ຊຸມ​ສຸດຍອດ G20 ຄົບ​ຮອບ 10 ປີ, ຄົ້ນ​ຄວ້າ​ປຶກ​ສາ​ຫາ​ລື​ລັດ​ທິ​ຫຼາຍ​ຝ່າຍ​ແລະ​ບັນ​ຫາ​ຄຸ້ມ​ຄອງ​ທົ່ວ​ໂລກ​ມີ​ຄວາມ​ໝາຍ​ສຳ​ຄັນ. ປັດ​ຈຸ​ບັນ, ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ໄດ້​ປະ​ສົບ​ຄວາມ​ຫຍຸ້ງ​ຍາກ, ລັດ​ທິ​ຝ່າຍ​ດຽວ​ແລະ​ລັດ​ທິ​ປົກ​ປ້ອງ​ໄດ້​ຟື້ນ​ຕົວຄືນ​. ການ​ທີ່​ຍຶດ​ໝັ້ນ​ລັດ​ທິ​ຫຼາ​ຍ​ຝ່າຍ​ແລະ​ປັບ​ປຸງການ​ຄຸ້ມ​ຄອງ​ທົ່ວ​ໂລກ​ໃຫ້​ສົມ​ບູນ​ຂຶ້ນ, ສ້າງ​ປະ​ຊາ​ຄົມ​ຮ່ວມ​ຜົນ​ປະ​ໂຫຍດ, ສອດ​ຄ່ອງ​ກັບ​ກະ​ແສ​ຍຸກ​ສະ​ໄໝ​ແລະ​ຜົນ​ປະ​ໂຫຍດ​ຮ່ວມ​​ຂອງ​ປະ​ເທດ​ຕ່າງໆ.

ທ່ານ​ຫວາງ​ຢີ້​ຊີ້​ໃຫ້​ເຫັນ​ວ່າ, ໂລກ​ປັດ​ຈຸ​ບັນ​ໄດ້​ຜະ​ເຊີນ​ກັບ​ບັນ​ຫາ​ຫຼາຍ​ຢ່າງ, ແຕ່​ທີ່​ຈິງ​ແລ້ວ​ລ້ວນ​ແຕ່​ແມ່ນ​ບັນ​ຫາ​ກ່ຽວ​ກັບ​ການ​ພັດ​ທະ​ນາ. G20 ມີ​ຄວາມ​ຮັບ​ຜິດ​ຊອບ​ສ້າງ​ໂອ​ກາດ​ພັດ​ທະ​ນາ​ຫຼາຍກວ່າ​ເກົ່າ​ໃຫ້​ແກ່​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ​ໂດຍ​ຜ່ານ​ການ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ໂລກ​ເຕີບ​ໂຕ, ແລະ​ຊຸກ​ຍູ້​ສະ​ໜັບ​ສະ​ໜູນ​ຫຼາຍກວ່​າ​ເກົ່າ​ໃຫ້​ແກ່​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ​ໂດຍ​ຜ່ານ​ການ​ເພີ່ມ​ທະ​ວີ​​ການ​ຮ່ວມ​ມືເພື່ອ​ການ​ພັດ​ທະ​ນາ​ສາ​ກົນ.

ທ່ານ​ຫວາງ​ຢີ້ ກ່າວ​ຕື່ມ​ວ່າ, ປີ​ນີ້​ເປັນ​ປີ​ທີ່​ຈີນ​​ດຳ​ເນີນ​ການປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຄົບ​ຮອບ 40 ປີ. ໃນ​ໄລ​ຍະ 40 ປີ​ຜ່າ​ນ​ມາ, ​ປະ​ຊາ​ກອນຈີນ 700 ລ້ານ​ຄົນ​ໄດ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ, ໄດ້​​ປະ​ກອບສ່ວນ​ສຳ​ຄັນ​ໃຫ້​ແກ່​ພາ​ລະ​ກິດ​ການ​ພັດ​ທະ​ນາ​ຂອງ​ໂລກ. ຈີນ​ຈະ​ຍຶດ​ໝັ້ນ​ການ​ປະ​ຕິ​ຮູບແລະ​ເປີດ​ກວ້າງ​ການ​ເປີດປະ​ຕູ​ສູ່​ພາຍນອກ, ປະ​ຕິ​ບັດ​ທັດ​ສະ​ນະ ​ການ​ພັດ​ທະ​ນາ​ທີ່​ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ, ເປັນ​ຜູ້​ສ້າງ​ສາ​ສັນ​ຕິ​ພາບ​ຂອງ​ໂລກ, ເປັນ​ຜູ້​ມີ​ສ່ວ​ນ​ປະ​ກອບ​ດ້ານ​ການ​ພັດ​ທະ​ນາ​​ໂລກແລະ​ຜູ້​ຮັກ​ສາ​ຂອງ​ລະ​ບຽບ​ການ​ສາ​ກົນແຕ່​ຕົ້ນ​ຕະ​ຫຼອດ​ປາຍ. ນອກ​ຈາກ​ພັດ​ທະ​ນາ​ຕົນ​ເອງ​ແລ້ວ​ຈີນ​ຍັງຈະ​ພະ​ຍາ​ຍາມປະ​ກອບ​​ສ່ວນຫຼາຍກວ່າ​ເກົ່າ​ໃຫ້​ແກ່​ພາ​ລະ​ກິດ​ພັດ​ທະ​ນາ​ຮ່ວມ​ກັນ​ຂອງມວນ​ມະ​ນຸດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ