ສື່ມວນ​ຊົນ​ອາ​ເມ​ລິ​ກາ​ກ່າວ​ວ່າ​ອາ​ເມ​ລິ​ກາ​ແລະ​ຈີນ​ໄດ້ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກ່ຽວ​ກັບ​​ການແກ້​ໄຂ​ບັນ​ຫາ​​ບໍ​ລິ​ສັດ​ຈົ່ງ​ຊິງ
2018-05-22 16:58:31  cri 
ໜັງ​ສື​ພິມ The Wall Street Journal ສະ​ບັບ​ວັນ​ທີ 21 ພຶດ​ສະ​ພາ​ນີ້​ລາຍ​ງານ​ວ່າ, ສອງ​ຈີນ-ອາ​ເມ​ລິ​ກາ​ບັນ​ລຸ​ຄວາມ​ເປັນ​ເອກ​ກະ​ພາບ​ໃນ​ຂັ້ນ​ພື້ນ​ຖານກ່ຽວ​ກັບ​ການ​ແກ້​ໄຂ​ບັນ​ຫາ​ບໍ​ລິ​ສັດ​ສື່​ສານ​ໂທ​ລະ​ຄົມ​ຈົ່ງ​ຊິງ​ຂອງ​ຈີນຫຼື ZTE.

ໜັງ​ສື​ພິມ​ດັ່ງ​ກ່າວ​ໄດ້​ລາຍ​ງານ​ວ່າ, ລາຍ​ລະ​ອຽດ​ທີ່​ກ່ຽວ​ຂ້ອງ​ພວມ​ປຶກ​ສາ​ກັນ, ຖ້າ​ວ່າ​ບັນ​ລຸ​ສັນ​ຍາ​ແລ້ວ, ລັດ​ຖະ​ບານ​ທ​ຣຳຈະ​ຍົກ​ເລີກ​ຄຳ​ສັ່ງ​ຫ້າມ​ບໍ່​ໃຫ້​ບໍ​ລິ​ສັດ ZTE ຈັດ​ຊື້​ຜະ​ລິດ​ຕະ​ພັນ​ຈາກວິ​ສາ​ຫະ​ກິດ​ອາ​ເມ​ລິ​ກາ.
​ຂ່າວ​ແຈ້ງ​ຕື່ມ​ວ່າ, ອາ​ເມ​ລິ​ກາ​ຍົກ​ເລີກ​ຄຳ​ສັ່ງ​ເກືອດ​ຫ້າມ​ຍັງ​ຕ້ອງ​ຜ່ານ​ການ​ພິ​ຈາ​ລະ​ນາ​ແລະ​ກວດ​ສອບ​ເພື່ອ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຈາກ​ລັດ​ຖະ​ບານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ