ຮອງ​ນາ​ຍົກ​ຈີນ​ພົບ​ປະ​ກັບ​ຜູ້​ຕາງ​ໜ້າ​ອາ​ເມ​ລິ​ກາ​ທີ່​ມາ​ຮ່ວມ​ເວ​ທີ​ປຶກ​ສາ​ຫາ​ລື​ເຈົ້າ​ແຂວງ​ຈີນ-ເຈົ້າ​ຄອງ​ລັດ​ອາ​ເມ​ລິ​ກາຄັ້ງ​ທີ 4
2018-05-22 16:04:06  cri 
    ຕອນ​ເຊົ້າ​ວັນ​ທີ 21 ພຶດ​ສະ​ພານີ້ ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ ລິວ​ເຮີ້ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ໄດ້​ພົບ​ປະ​ກັບ​ຜູ້​ຕາງ​ໜ້າ​ຕົ້ນ​ຕໍ​ຂອງ​ອາ​ເມ​ລິ​ກາ​ຄື​ທ່ານ ບິວ ວອກ​ເກີ ເຈົ້າ​ຄອງ​ລັດ​ອາ​ລັດ​ສະ​ກາ, ທ່ານ ຈອນ ຊັງ​ເຊັ​ສ ​ຮອງເຈົ້າ​ຄອງ​ລັດ​ນິວ​ແມັກ​ຊິກ​ໂກ ແລະ​ທ່ານ​ອື່ນໆ ທີ່​ມາ​ເຂົ້າ​ຮ່ວມ​ເວ​ທີ​ປຶກ​ສາ​ຫາ​ລື​ເຈົ້າ​ແຂວງ​ຈີນ-ເຈົ້າ​ຄອງ​ລັດ​ອາ​ເມ​ລິ​ກາ​ຄັ້ງ​ທີ 4 ທີ່​ຈັດ​ຂຶ້ນ​ຢູ່​ຈີນ.

    ໂອ​ກາດ​ດັ່ງ​ກ່າວ, ທ່ານ ລິວ​ເຮີ້ ກ່າວ​ວ່າ, ຂ້າ​ພະ​ເຈົ້າ​ຫາ​ກໍ​ກັບ​ມາ​ຈາກວໍ​ຊິງ​ຕັນ ແລະ​ມາ​ຮອດ​ປັກ​ກິ່ງ, ເທື່ອນີ້ ສອງ​ຝ່າຍ​ຈີນ​ແລະ​ອາ​ເມ​ລິ​ກາ​ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ​ທີ່​ຕັ້ງ​ໜ້າ, ແທດ​ເໝາະ​ກັບ​ຕົວ​ຈິງ ແລະ​ບັງ​ເກີ​ດ​ຜົນ​ຢ່າງ ຫຼວ​ງຫຼາຍກ່ຽວ​ກັບ​ບັນ​ຫາ​ເສດ​ຖະ​ກິດ​ການ​ຄ້າ ແລະ​ໄດ້​ຮັບ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ທີ່​ສຳ​ຄັນ​ຈຳ​ນວນ​ໜຶ່ງ, ທັງ​ນີ້​ສອດ​ຄ່ອງ​ກັບ​ຜົນ​ປ​ະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ສອງ​ຊາດ ກໍ​ຄື​ຂອງ​ໂລກ. ເວ​ທີ​ປຶກ​ສາ​ຫາ​ລື​ເຈົ້າ​ແຂວງ​ຈີນ-ເຈົ້າ​ຄອງ​ລັດ​ອາ​ເມ​ລິ​ກາ ແມ່ນ​ກົນ​ໄກ​ແລກ​ປ່ຽນ​ທີ່​ສຳ​ຄັນລະ​ຫວ່າງ​ທ້ອງ​ຖິ່ນ​ສອງ​ປະ​ເທດ, ຫວັງ​ວ່າ ສອງ​ຝ່າຍ​ຈະ​ຖື​ເວ​ທີ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້​ເປັນ​ໂອ​ກາດ​, ຊຸກ​ຍູ້​ການ​ຮ່ວມ​ມື​ທີ່​ແທດ​ເໝາະ​ກັບ​ຕົວ​ຈິງ​ໃນຫຼາຍ​ຂົງ​ເຂດ​ຈາກ​ລະ​ດັບ​ທ້ອງ​ຖິ່ນ ເພື່ອ​ຊຸກ​ຍູ້​ສາຍ​ພົວ​ພັນ​ສອງ​ປະ​ເທດ​ໃຫ້​ພັດ​ທະ​ນາ​ກ້າວ​ໄປ​ໜ້າ​ຢ່າງ​ໜັກ​ແໜ້ນ​ແລະ​ປອດ​ໃສ.

    ທ່ານ ວອກ​ເກີ ແລະ ທ່ານ ຊັນ​ເຊັ​ສ ກ່າວ​ວ່າ, ທົ່ວ​ໂລກ​ລ້ວນ​ແຕ່​ກຳ​ລັງ​ສະຫຼອງ​ທີ່ອາ​ເມ​ລິ​ກາ​ແລະ​ຈີນ​​ໄດ້​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ກ່ຽວ​ກັບ​ບັນ​ຫາ​ເສດ​ຖະ​ກິດ​ການ​ຄ້າ. ອາ​ເມ​ລິ​ກາ​ຍິນ​ດີ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຈີນ​ໃນ​ຂົງ​ເຂດ​ການ​ຄ້າ, ການ​ລົງ​ທຶນ, ການ​ພັດ​ທະ​ນາ​ແບບ​ສີ​ຂຽວ, ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ແລະ​ອື່ນໆ​ຕື່ມ​ອີກ, ​ຈະປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ສາຍ​ພົວ​ພັນ​ສອງ​ປະ​ເທດ​ໃຫ້​ດີ​ຂຶ້ນກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ