ແຂວງ​ໄຫຫຼຳ​ແລະ​ລາວ​ຈະ​ຊຸກ​ຍູ້​ການ​ຮ່ວມ​ມື​ທາງ​ການ​ຄ້າ​ແລະ​ການ​ທ່ອງ​ທ່ຽວ
2018-05-22 16:15:23  cri 
    "ງານ​ໂຄ​ສະ​ນາ​ເຜີຍ​ແຜ່​ການ​ທ່ອງ​ທ່ຽວ​ລາວ-ໄຫຫຼຳ" ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ໄຫ​ໂຂ​ແຂວງ​ໄຫຫຼຳ​ໃນ​ວັນ​ທີ 21 ພຶດ​ສະ​ພານີ້, ນັກ​ທຸ​ລະ​ກິດ​ສອງ​ຝ່າຍ​ໄດ້​ເຊັນ​ສັນ​ຍາ​ກັນ ໂດຍ​ຈະ​ຮ່ວມ​ກັນຊຸກ​ຍູ້​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມືທາງ​ເສດ​ຖະ​ກິດ​ການ​ຄ້າ​ແລະ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ສອງ​ຝ່າຍ​.

    ຂ່າວ​ແຈ້ງວ່າ, ນັບ​ແຕ່​ເປີດ​ບໍ​ລິ​ການເສັ້ນ​ທາງການ​ບິນ​ໄຫ​ໂຂ-ວຽງ​ຈັນ ແລະຫຼວງ​ພະ​ບາງ​ໂດຍ​ກົງ​ເ​ມື່ອ​ທ້າຍ​ປີ 2016 ເປັນ​ຕົ້ນ​ມາ, ໄດ້​ຂົນ​ສົ່ງ​ຜູ້​ໂດຍ​ສານ​ສອງ​ຝ່າຍຫຼາຍກວ່າ 2 ໝື່ນ​ເທື່ອ​ຄົນ​ແລ້ວ. ຂໍ້​ມູນ​ທາງ​ການ​ຂອງ​ຈີນ​ແລະ​ລາວ ສະ​ແດງ​ໃຫ້​ເຫັນ​ວ່າ, ນັກ​ທ່ອງ​ທ່ຽວ​ທີ່​ໄປ​ມາ​ສອງ​ປະ​ເທດ​ໃນ​ປີ 2017 ຜ່ານ​ມາ ມີ​ເກືອບ 1 ລ້ານ​ເທື່ອ​ຄົນ ແລະ​ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ແຫຼ່ງ​ນັກ​ທ່ອງ​ທ່ຽວ​ໃຫຍ່​ອັນ​ດັບ 3 ຂອງ​ລາວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ