ອີ​ຢູ​ກ່າວ​ວ່າ​ສັນ​ຍາ​ນິວ​ເຄ​ລຍ​ອີ​ຣານ​ບໍ່​ມີ​ຫຍັງ​ເຂົ້າ​ແທນ​ໄດ້
2018-05-22 16:18:34  cri 
    ວັນ​ທີ 21 ພຶດ​ສະ​ພານີ້, ທ່ານ​ນາງ ເຟ​ເດ​ຣິ​ຄາ ໂມ​ເກ​ຣິ​ນີ ຜູ້​ຕາງ​ໜ້າ​ຂັ້ນ​ສູງນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ສະ​ຫະ​ພາບ​ເອີ​ຣົບ ໄດ້​ຕຳ​ໜິ​ຄຳ​ປາ​ຖະ​ກະ​ຖາ​ຂອງ​ທ່ານ ໄມ​​ຄ໌ ​ພົມ​ເພວ ລັດ​ຖະ​ມົນ​ຕີ​ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ກ່ຽວ​ກັບ​ອີ​ຣານ ໂດຍ​ເນັ້ນ​ວ່າ, ສັນ​ຍາ​ນິວ​ເຄ​ລຍ​ອີ​ຣານ​ຮອບ​ດ້ານ ບໍ່​ມີ​ຫຍັງ​ເຂົ້າ​ແທນ​ໄດ້.

    ທ່ານ​ໄດ້​ຢ້ຳ​ເຖິງຫຼັກ​ໝັ້ນ​ຂອງ​ສະ​ຫະ​ພາບ​ເອີ​ລົບ​ໃນ​ສັນ​ຍາ​ດັ່ງ​ກ່າວ​ຄື: ຂໍ​ພຽງ​ແຕ່​ອີ​ຣານ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ນິວ​ເຄ​ລຍ​ແລ້ວ, ສະ​ຫະ​ພາບ​ເອີ​ລົບ ຈະ​ສື​ບ​ຕໍ່​ປະ​ຕິ​ບັດ​ຕາມ​ສັນ​ຍາ​ດັ່ງ​ກ່າ​ວ​ຢ່າງ​ຄົບ​ຖ້ວນ​ແລະ​ບັງ​ເກີດ​ຜົນ.

    ວັນ​ທີ 21 ພຶດ​ສະ​ພານີ້, ທ່ານ ​ພົມ​ເພວ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ ໄດ້​ກ່າວ​ປາ​ຖະ​ກະ​ຖາ​ຢູ່​ມູນ​ນິ​ທິ​ມໍ​ລະ​ດົກ ເຊິ່ງ​ເປັນ​ຄັງ​ປັນ​ຍາ​ຂອງ​ອາ​ເມ​ລິ​ກາ​ວ່າ, ຖ້າ​ຫາກ​ອີ​ຣານ​ບໍ່​ປ່ຽ​ນ​ແປງ​ແນວ​ທາງ​ໃນ​ປັດ​ຈຸ​ບັນ, ຈະ​ຖືກ​ອາ​ເມ​ລິ​ກາ​ຂວ້ຳ​ບາດ​ຢ່າງ​ເຂັ້ມ​ງວດ​ທີ່​ສຸດ​. ​ແລະທ່ານ ​ພົມ​ເພວ ​ຍັງ​ໄດ້​ສະ​ເໜີ​ຄຳ​ຮຽກ​ຮ້ອງ 12 ຂໍ້​ຕໍ່​ອີ​ຣານ ເພື່ອ​ເປັນ​ເງື່ອນ​ໄຂ​ໃນ​ການ​ຢຸດ​ຕິ​ການ​ຂວ້ຳ​ບາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ