ກອງ​ປະຊຸມ​​ເ​ລຂາ​ທິການ​ໃຫຍ່​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ປະ​ເທດ​ສະມາຊິກ​ອົງການ​ຮ່ວມ​ມື​ຊຽງ​ໄຮ​ຈັດ​ຂຶ້ນຢູ່​ຈີນ
2018-05-23 14:57:03  cri 

ກອງ​ປະຊຸມ​ເລຂາທິການ​ໃຫຍ່​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ປະ​ເທດ​ສະມາຊິກ​ອົງການ​ຮ່ວມ​ມື​ຊຽງ​ໄຮ​ຄັ້ງທີ 13 ​ໄດ້​ຈັດ​ຂຶ້ນຢູ່​ນະຄອນຫຼວງປັກ​ກິ່ງ ສປ ຈີນ​ໃນ​ວັນ​ທີ 22 ພຶດສະພາ​ນີ້ ​ໂດຍ​ຜູ້​ແທນບັນດາ​ປະ​ເທດ​ສະມາຊິກ, ສຳນັກງານ​ເລຂາອົງການ​ດັ່ງກ່າວ ​ແລະ ຜູ້​ແທນ​ຄະນະ​ບໍລິຫານ​ງານ​ອົງການ​ຕໍ່ຕ້ານ​ລັດທິ​ກໍ່​ການ​ຮ້າຍ​ຂອງ​ພາກ​ພື້ນ​ເຂົ້າຮ່ວມ.

ທ່ານ​ຈ້າວ​ເຄີ້ຈື້ ທີ່​ປຶກສາ​ແຫ່ງ​ລັດ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຈີນ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ ​ແລະ​ກ່າວ​ປາ​ໄສ​ວ່າ: ​​ການ​ໃຫ້ຄວາມ​ສຳຄັນ​ຢ່າງ​ສູງ​ຈາກທ່ານ​ປະທານ​ສີ​ຈິ້ນ​ຜິ​ງ ​ແລະ​ຜູ້ນຳ​ບັນດາ​ປະ​ເທດ ອົງການ​ຮ່ວມ​ມື​ຊຽງ​ໄຮ ​ໄດ້​ກາຍ​ເປັນ​ສິ່ງ​ຮັບປະກັນ​ຢ່າງ​ໜັກ​ແໜ້ນ ​ແລະ​ເປັນ​ສິ່ງ​ອາ​ໄສທີ່ແຂງ​ແຮງຂອງ​ບັນດາ​ປະ​ເທດ​ສະມາຊິກ ​ໃນ​ການ​ປົກ​ປັກ​ຮັກສາ​ສັນຕິພາບ-ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ ​ແລະ ຊຸກຍູ້​ການ​ພັດທະນາ-ຈະ​ເລີ​ນຮຸ່ງ​ເຮືອງ​ຮ່ວມ​ກັນ ​ໄດ້​ສ້າງ​ແບບຢ່າງ​ໃຫ້​ແກ່​ປະຊາ​ຄົມ​ໂລກ​ໃນ​ການ​ຊຸກຍູ້​ການ​ສ້າງ​ການ​ພົວພັນ​ສາກົນ​ແບບ​ໃໝ່ ​ແລະ ປະຊາ​ຄົມ​ຮ່ວມ​ຊາຕາ​ກຳ​ມວນ​ມະນຸດ. ພວກ​ເຮົາ​ຈະ​ຕ້ອງ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ກົນໄກກອງ​ປະຊຸມ​ເລຂາທິການ​ໃຫຍ່​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ປະ​ເທດ​ສະມາຊິກ​ອົງການ​ຮ່ວມ​ມື​ຊຽງ​ໄຮ​ຢ່າງ​ເຕັມທີ່ ​ເສີມ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນດ້ານ​ການ​ເມືອງ, ປະຕິບັດ​ນະ​ໂຍບາຍ​ສັງ​ລວມ​ແລະ​ຮອບດ້ານ ​ເພື່ອ​ຮ່ວມ​ກັນ​ປາບ​ປາມ "ສາມອິດ​ທິກຳລັງ​", ​ເດັດດ່ຽວ​ປົກ​ປັກ​ຮັກສາ​ສະຖຽນ​ລະ​ພາບ ​ແລະ​ການ​ພັດທະນາ​ຂອງ​ພາກ​ພື້ນ. ນອກ​ນີ້, ຈະ​ຕ້ອງ​ສ້າງ​ພື້ນຖານທີ່​​ແໜ້ນ​ແຟ້ນດ້ານ​ກົດໝາຍ​ໃຫ້​ແກ່ການ​ຮ່ວມ​ມື​ກັນ, ​ເພີ່ມ​ທະວີ​ການ​ສ້າງ​ກົນ​ໄກ​ການ​ຮ່ວມ​ມື, ​ເພີ່ມ​ທະວີ​ການ​ໃຊ້​ມາດ​ຕະການ​ເພື່ອ​ຮ່ວມ​ກັນ​ປ້ອງ​ກັນ​ໂຄງການ​ຍິ່ງ​ໃຫຍ່​ໃນ​ການ​ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ" ​ແລະ ຍົກ​ລະດັບການ​ຮ່ວມ​ມື​ດ້ານ​ການ​ຮັກສາ​ຄວາມ​ປອດ​ໄພ​ໃຫ້​ສູງ​ຂຶ້ນ​ເລື້ອຍໆ; ຕ້ອງ​ເຄົາລົບ "ຈິດ​ໃຈ​ຊຽງ​ໄຮ", ​ເປີດ​ກວ້າງ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ຮັບ​ເອົາ​ສະມາຊິກ​ໃໝ່, ​ເພີ່ມ​ທະວີ​ຄວາມ​ສາມັກຄີ ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ ​ເພື່ອ​ທຸ່ມ​ເທ​ພະລັງ​ຊຸກ​ດັນ​ໃໝ່​ເຂົ້າ​ໃສ່​ການ​ຮ່ວມ​ມື​ດ້ານ​ການ​ຮັກສາ​ຄວາມ​ໝັ້ນຄົງ​ຂອງ​ອົງການ​ຮ່ວມ​ມື​ຊຽງ​ໄຮ; ຕ້ອງ​ສືບ​ຕໍ່​ເພີ່ມ​ທະວີ​ການ​ສ້າງ​ອົງການ​ຈັດຕັ້ງຕໍ່​ຕ້ານ​ລັດທິ​ກໍ່​ການ​ຮ້າຍ​ໃນ​ພາກ​ພື້ນ ​ເພື່ອ​ຮັບ​ມື​ກັບ​ໄພ​ຂົ່ມຂູ່ ​ແລະ​ສິ່ງ​ທ້າ​ທາຍ​ຕໍ່​ຄວາມ​ໝັ້ນຄົງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ