ມາ​ເລ​ເຊຍ​ຈະ​ເຄົາລົບ​ແລະ​ປະຕິບັດ​ສັນຍາ​ທຸກ​ສະບັບ​ທີ່​ເຊັນ​ກັບ​ຈີນ
2018-05-23 15:03:28  cri 

ທ່ານດາ​ຕຸກ ​ເຊຣີ ມາ​ຮາ​ເທຍ ບິນ ​ໂມ​ຮາ​ເມັດ ນາຍົກລັດຖະມົນຕີຄົນ​ໃໝ່​ຂອງ​ມາ​ເລ​ເຊຍ ​ໄດ້​ຖະ​ແຫຼງຕໍ່​ພາຍ​ນອກ​ເປັນຄັ້ງທຳ​ອິດ​ໃນ​ວັນ​ທີ 17 ພຶດສະພາ​ນີ້​ວ່າ: ລັດຖະບານ​ຊຸດ​ໃໝ່​ຈະ​ສືບ​ຕໍ່​ປະຕິບັດ​ຕາມ​ສັນຍາ​ທຸກ​ສະບັບ​ທີ່​ລັດຖະບານ​ຊຸດ​ຜ່ານ​ມາ​ໄດ້​ເຊັນ​ກັບ​ຈີນ.

​ໃນ​ພິທີຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ດັ່ງກ່າວ, ສື່​ມວນ​ຊົນມາ​ເ​ລ​ເຊຍ ຄື ອາຊີ​ວັນ​ນີ້ ​ໄດ້​​ຖາມ​ວ່າ​ຈະ​ປະຕິບັດ​ຕໍ່ການ​ລົງທຶນ​ຈາກ​ຈີນຄື​ແນວ​ໃດ ​ແລະ ທ່ານ​ມາ​ຮາ​ເທຍ ໄດ້​ຕອບ​ວ່າ: ພວກ​ຂ້າພະ​ເຈົ້າ​ໄດ້​ຖະ​ແຫຼງຢ່າງ​ຈະ​ແຈ້ງ​ແລ້​ວວ່າ ຈະ​ພິຈາລະນາ​ສັນຍາ​ເຫຼົ່ານີ້​ອີກ​ຄັ້ງ​ໃໝ່ ​ແຕ່​ພວກ​ຂ້າພະ​ເຈົ້າຈະ​ເຄົາລົບ ​ແລະ​ປະຕິບັດ​​ສັນຍາທຸກ​ສະບັບ".

ກ່ອນ​ໜ້າ​ນີ້, ມາ​ເ​ລ​ເຊຍ​ໄດ້​ປ່ຽນ​ພັກ​ກຳ​ອຳນາດ​ເປັນຄັ້ງທຳ​ອິດ​ນັບ​ແຕ່​ປະກາດເປັນ​ປະ​ເທດ​​ເອກະລາດ​ເປັນຕົ້ນມາ ຫຼັງດຳ​ເນີນ​ການ​ເລືອກ​ຕັ້ງທົ່ວ​ໄປ​ທີ່​ຫາ​ກໍ່​ສິ້ນ​ສຸດ​ລົງ​ບໍ່​ດົນ ​ໂດຍ​ທ່ານ​ມາ​ຮາ​ເທຍ ອະດີດ​ນາຍົກລັດຖະມົນຕີມາ​ເລ​ເຊຍ​ທີ່​ປີ​ນີ້​ອາຍຸ​ 92 ປີ ​ໄດ້​ຊະນະ​ການ​ເລືອກ​ຕັ້ງ ​ແລະຂຶ້ນດຳລົງ​ຕຳ​ແໜ່​ງນາຍົກລັດຖະມົນຕີອີກຄັ້ງ​ໃໝ່ ​ເຊິ່ງກ່ອນ​ໜ້າ​ນີ້ ທ່ານ​ເຄີຍ​ເປັນ​ນາຍົກລັດຖະມົນຕີມາ​ເລ​ເຊຍ​ມາ​ແລ້ວເຖິງ 22 ປີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ