ການ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ການ​ປະ​ທະ​ກັນດ້ວຍ​ກຳລັງ​ອາວຸດ​ແມ່ນ​ຊ່ອງ​ທາງ​ປ້ອງ​ກັນປວງຊົນ​ທີ່​ດີ​ທີ່​ສຸດ
2018-05-23 16:46:59  cri 

ວັນ​ທີ 22 ພຶດສະພາ​ນີ້, ທ່ານ​ມ໊າຈ່າວ​ຊີ້​ວ໌ ຜູ້ຕາງໜ້າ​ຖາວອນ​ຂອງ​ຈີນ​ປະຈຳ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ກ່າວ​ປາ​ໄສ​ໃນ​ກອງ​ປະຊຸມ​ອະພິປາຍ​ຢ່າງ​ເປີດ​ເຜີຍ​ກ່ຽວ​ກັບ​ການ​ປ້ອງ​ກັນ​ປວງຊົນ​ໃນ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ອາວຸດສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ​ ​ໂດຍ​ເນັ້ນວ່າ ຄວນຄິດ​ຫາ​ວິທີ​ຕ່າງໆ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ອາວຸດ ​ເພື່ອ​ແກ້​ໄຂ​ບັນຫາ​ການ​ປ້ອງ​ກັນ​ປວງ​ຊົນ​ຈາກ​ກົກ​ຮາກ.

ທ່ານ​ມ໊າຈ່າວ​ຊີ້​ວ໌ ກ່າວ​ວ່າ: ລັດຖະບານ​ປະ​ເທດ​ຄູ່​ກໍລະນີ ​ແລະ​ບັນດາ​ຝ່າຍ​ທີ່​ປະ​ທະ​ກັນ​ຄວນ​ແບກ​ຫາບ​ໜ້າ​ທີ່​ຮັບຜິດຊອບ​ການ​ປ້ອງ​ກັນ​ປວງ​ຊົນ ຕໍ່​ການ​ກະທຳ​ຕ່າງໆ​ທີ່​ຝືນ​ກັບ​ກົດໝາຍ​ວ່າ​ດ້ວຍ​ມະ​ນຸດ​ສະ​ທຳ​ສາກົນ ​ເຊັ່ນ ຂົ່ມ​ຂູ່ ຫຼື ​ໂຈມ​ຕີ​ປວງ​ຊົນ ​ໃນ​ການ​ປະ​ທະ​ກັນ​ດ້ວຍ​ກຳລັງ​ອາວຸດ​ນັ້ນ, ປະ​ເທດ​ຄູ່​ກໍລະນີ ຄວນ​ສືບສວນ-ສອບ​ສວນ ​ແລະ ລົງ​ໂທດ​ຕາມ​ກົດໝາຍ. ນອກ​ນີ້, ການ​ເຄື່ອນ​ໄຫວ​ເພື່ອ​ຊ່ວຍ​ເຫຼືອທາງ​ມະນຸດສະທຳ​ກໍຄວນຍຶດໝັ້ນວາງ​ຕົວ​ໃຫ້​ເປັນກາງ, ພາວະ​ວິ​ໄສ ​ແລະ​ທ່ຽງ​ທຳ ພ້ອມທັງ​ເຄົາລົບ​ສິດ​ອະ​ທະ​ປະ​ໄຕ ​ແລະ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຄູ່​ກໍລະນີ​ຢ່າງ​ເຕັມທີ່, ​ເນັ້ນໜັກ​ຄວາມ​ເປັນ​ມະນຸດສະທຳ ​ແລະ​ຈິດ​ໃຈ​ທາງ​ວິຊາ​ສະ​ເພາະ​ຢ່າງ​ພົ້ນ​ເດັ່ນ ​ເພື່ອ​ໄດ້​ຄວາມ​ເຂົ້າ​ໃຈ ​ແລະ​ຄວາມ​ໄວ້​​ເນື້ອ​​ເຊື່ອ​ໃຈ​ຈາກ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ ​ແລະຫຼີກລ່ຽງການ​ຖະຫຼຳ​ເຂົ້າການ​ປະ​ທະ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ