ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ກ່າວ​ວ່າ ອາດ​ຈະ​ເລື່ອນ​ເວ​ລາ​​ຂອງການ​ພົບ​ປະ​ລະ​ຫວ່າງ​ຜູ້​ນຳ​ອາ​ເມ​ລິ​ກາ-ສ​ປ​ປ ເກົາ​ຫຼີ
2018-05-23 11:11:30  cri 
ວັນ​ທີ 22 ພຶດ​ສະ​ພາ​ນີ້, ທ່ານ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ກ່າວ​ວ່າ, ອາດ​ຈະ​ເລື່ອນ​ເວ​ລາຂອງການ​ພົ​ບ​ປະ​ລະ​ຫວ່າງ​ທ່ານ​ກັບ​ທ່ານ ກິມ​ເຈີງ​ອູນ ຜູ້​ນຳ​ສູງ​ສຸດ​ຂອງ ສ​ປ​ປ ເກົາ​ຫຼີ.

ໃນ​ມື້​ດັ່ງ​ກ່າວ, ​ຢູ່​ທຳ​ນຽບ​ຂາວ ທ່ານ ໂດ​ນັນ ທ​ຣຳ ໄດ້​ຮ່ວມ​ກັບ​ທ່ານ ມູນ​ເຈ​ອິນ ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາ​ຫຼີ​ ທີ່​ໄປ​ຢ້ຽມ​ຢາມອາ​ເມ​ລິ​ກາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ, ການ​ພົບ​ປະ​ລະ​ຫວ່າງ​ທ່ານ ໂດ​ນັນ ທ​ຣຳ ກັບ ທ່ານ​ ກິມ​ເຈີງ​ອູນ ອາດ​ຈະ​ບໍ່​ຈັດ​ຂຶ້ນ​ໃນ​ວັນ​ທີ 12 ມິ​ຖຸ​ນາ​​ໜ້ານີ້, ອາດ​ຈະ​ເລື່ອນ​ເວ​ລາ​ຕາມ​ຫຼັງ ປະ​ຈຸ​ບັນ​ພວມ​ຢູ່​ໃນ​ການ​ຕິດ​ຕໍ່​ພົວ​ພັນ​ຢູ່. ທ່ານ​ກ່າວ​ຕື່ມ​ວ່າ, ອາ​ເມ​ລິ​ກາ​ໄດ້​ສະ​ເໜີ​ເງື່ອນ​ໄຂ​ຂອງ​ການ​ພົບ​ປະ, ຖ້າ​ຄວາມ​ຕ້ອງ​ການ​ຂອງ​ອາ​ເມ​ລິ​ກາ​ບໍ່​ສາ​ມາດ​ໄດ້​ຮັບ​​ການ​​ຕອບ​ສະ​ໜອງ ການ​ພົບ​ປະ​ກໍ່​ຈະ​ບໍ່​ຈັດ​ຂຶ້ນ.

ທ່ານ ກິມ​ກຸຍ​ກວນ ຮອງ​​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສ​ປ​ປ ເກົາ​ຫຼີ ຜູ້​ທີ 1 ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ວັນ​ທີ 16 ພຶດ​ສະ​ພາ​ນີ້​ວ່າ, ​ກ່ອນ​ໜ້າ​ນີ້, ທ່ານ ຈອນ ໂບນ​ຕັນ ຜູ້​ຊ່ວຍ​ວຽກ​ງານ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາໄດ້​ມີ​ຈຸດ​ຢືນ​ໃຫ້​ໃຊ້ "ຮູບ​ແບບ​ການ​​ປອດ​ນິວ​ເຄ​ລຍ​ຂອງ​ລີ​ບີ"​ແລະ​ຈຸດ​ຢືນ​ອື່ນໆ​ບົນ​ຫຼັກ​ການ "​ປອດ​ນິວ​ເຄ​ລຍ​ກ່ອນ ​ຊົດ​ເຊີຍ​ຕາມ​ຫຼັງ",ເຊິ່ງ​ນີ້ບໍ່​ເຈດຈຳ​ນົງແກ້​ໄຂ​ບັນ​ຫາ​ໂດຍ​ຜ່ານ​ການ​ເຈ​ລະ​ຈາ,ຫາກ​ແມ່ນ​ປ່ຽນ​ຊາ​ຕາ​ກຳ​ຂອງ ສ​ປ​ປ ເກົາ​ຫຼີ ໃຫ້​ຄ້າຍ​ຄື​ກັບ​ລີ​ບີ​ຫຼື​ອີ​ຣັກ​ທີ່​ໄດ້​ແຕກ​ສະ​ຫຼາຍ​ຍ້ອນ​ໄດ້​ມອບ​ຕົນ​ເອງ​ໃຫ້​ແກ່​ປະ​ເທດ​ໃຫຍ່ຢ່າງ​ເຖິງ​ຖອງ. ຖ້າ​ລັດ​ຖະ​ບານ​ໂດ​ນັນ ທ​ຣຳ​ຢາກ​ບັງ​ຄັບ​ໃຫ້ ສ​ປ​ປ ເກົາ​ຫຼີ​ ​ປອດ​ນິວ​ເຄ​ລຍ​ພຽງ​ຝ່າຍ​ດຽວ, ສ​ປປ ເກົາ​ຫຼີ ອາດ​ຈະ​ພິ​ຈາ​ລະ​ນາ​ຄືນ​ໃໝ່​​ກ່ຽວ​ກັບ​ການຈະ​ເຂົ້າ​ຮ່ວມ​ການ​ພົບ​ປະ​ຜູ້​ນຳ​ ສ​ປ​ປ ເກົາ​ຫຼີ-ອາ​ເມ​ລິ​ກາ​ຫຼື​ບໍ່.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ